ສຳເລັດກອງປະຊຸມອົງການປົກຄອງ ແຂວງວຽງຈັນ ເປີດກວ້າງຄັ້ງທີ I
ເວລາອອກຂ່າວ: 2019-08-06 08:34:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:
ກອງປະຊຸມເປີດກວ້າງອົງ
ການປົກຄອງແຂວງວຽງຈັນ ຄັ້ງທີ 1 ປະຈຳປີ 2019 ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງ ຈົບງາມ ໃນທ້າຍເດືອນ ກໍລະກົດ
ຜ່ານມານີ້, ໂດຍພາຍໃຕ້ການ ເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີຄະນະປະ
ຈຳພັກແຂວງ, ກຳມະການພັກ ແຂວງ, ເຈົ້າເມືອງ 11 ເມືອງ,
ພະແນກການທີ່ກ່ຽວຂ້ອງອ້ອມ ຂ້າງແຂວງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການ ລາຍງານຈາກພະແນກແຜນ ການ-ການລົງທຶນ ແລະ ພະແນກ
ງານເງິນແຂວງຕໍໍ່ກັບການຕີລາ ຄາຜົນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ
ແລະ ງົບປະມານ 6 ເດືອນຕົ້ນປີ
2019, ກໍຄືຕໍ່ການກໍານົດຄາດ ໝາຍສູ້ຊົນ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2019 ແນໃສ່ເພື່ອຊອກຫາທາງອອກທີ່
ສອດຄ່ອງເໝາະສົມໃຫ້ແກ່ການ
ແກ້ໄຂບັນຫາເສດຖະກິດ, ແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງ ດ້ານການເງິນ, ກໍຄືວຽກງານ ໃນຂົງເຂດສັງຄົມໃຫ້ມີຄວາມ ໜັກແໜ້ນ. ພ້ອມນັ້ນກອງປະຊຸມ ໄດ້ຮັບຟັງການປະກອບຄຳເຫັນ ທີ່ມີການພົວພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບ
ປະມານຂອງລັດເປັນຕົ້ນຕໍ່ກັບ ການຊົດເຊີຍໃນແລວເສັ້ນທາງ ລົດໄຟລາວ-ຈີນ, ຮັບຟັງກ່ຽວກັບ
ການນຳໃຊ້ເນື້ອທີ່ດິນ ຫຼື ເຊົ່າດິນ
ລັດ, ການກຳນົດເຂດອຸດສາຫະ
ກຳ, ການຄຸ້ມຄອງການທ່ອງ ທ່ຽວຢູ່ເມືອງວັງວຽງ ແລະ ອ່າງ
ນໍ້າງື່ມ 1, ການແກ້ໄຂບັນຫາໄພ
ພິບັດຜ່ານມາ ແລະ ຄາດຄະເນ ແຜນຮັບມືໄພພິບັດທີ່ຈະເກີດຂຶ້ນ ໃນຕໍ່ໜ້າ ແລະ ຮັບຟັງລາຍງານ ກ່ຽວກັບການປະຕິບັດຄຳສັ່ງເລກ ທີ 15/ນຍ ກ່ຽວກັບໄມ້, ຜ່ານ
ການຟັງລາຍງານ ແລະ ການປະ
ກອບຄຳເຫັນຂອງຫຼາຍສະຫາຍ ເຫັນວ່າໃນ 6 ເດືອນຕົ້ນປີ 2019
ບັນດາພະແນກການ, ເມືອງແຕ່
ລະເມືອງໄດ້ເອົາໃຈໃສ່ໃນການ ຜັນຂະຫຍາຍ ແລະ ຈັດຕັ້ງປະ
ຕິບັດແຜນພັດທະນາເສດຖະ
ກິດ-ສັງຄົມ, ແຜນງົບປະມານ
ຂອງແຂວງໄດ້ປະກົດຜົນເປັນ ຮູບປະທຳຕົວຈິງຫຼາຍສົມຄວນ ເຖິງວ່າສະພາບເສດຖະກິດພາຍ ໃນປະເທດເຮົາໂດຍລວມຍັງ
ມີຄວາມຫຍຸ້ງຍາກກໍຕາມແຕ່ຂະ ບວນການສ້າງສາພັດທະນາໃນ ທຸກຂົງເຂດວຽກງານພາຍໃນ ແຂວງແມ່ນຍັງສືບຕໍ່ດຳເນີນໄປ ເປັນປົກກະຕິເຮັດໃຫ້ພື້ນຖານເສດ
ຖະກິດຂອງແຂວງຍັງມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງຈັ່ງຫວະ ການເພີ່ມຂຶ້ນຂອງລວມຍອດຜະ ລິດຕະພັນພາຍໃນ (GDP) ເຖິງ
ວ່າມີບາງດ້ານບໍ່ທັນບັນລຸຕາມ ຄາດໝາຍແຕ່ກໍຍັງເພີ່ມຂຶ້ນ 6,7% ສະເລ່ຍໃສ່ຫົວຄົນບັນລຸ 14,13 ລ້ານກີບ ຫຼື ເທົ່າກັບ 1.703 ໂດລາ, ການ ເກັບລາຍຮັບເຂົ້າງົບປະມານໄດ້ 54,26%, ລາຍຈ່າຍປະຕິບັດ
ໄດ້ 45,32%, ຜະລິດເຂົ້ານາ ແຊງໄດ້ 39,188 ໂຕນ, ຄວາມ
ທຸກຍາກຍັງເຫຼືອ 9 ບ້ານກວມ
2,15% ຂອງຈຳນວນບ້ານທົ່ວ
ແຂວງ, ຄອບຄົວທຸກຍາກຍັງ 930 ຄອບຄົວ ເທົ່າກັບ 1,06% ຂອງຄອບຄົວທັງໝົດ. ສ່ວນການ
ຈັດຕັ້ງປະຕິບັດວຽກງານໃນຂົງ ວັດທະນະທຳ-ເຂດສັງຄົມ ກໍໄດ້ ດຳເນີນໄປດ້ວຍຜົນສຳເລັດ ແລະ ບັນຍາກາດທີ່ດີອັດຕາເຂົ້າຮຽນຂອງເດັກກ່ອນໄວຮຽນປະຕິບັດໄດ້ 78,5%, ອັດຕາເຂົ້າຮຽນສຸດ ທິຊັ້ນປະຖົມສຶກສາ 99,4%, ອັດ
ຕາການຕາຍຂອງເດັກລຸ່ມ 1 ປີ
ປະຕິບັດໄດ້ 3,1/1000 ເດັກເກີດ
ມີຊີວິດ, ສະໜອງນໍ້າສະອາດໃຫ້
ປະຊາຊົນ ໄດ້ 85% ແລະ ອັດ
ຕາການໃຊ້ວິດຖ່າຍ 71%, ຄອບ
ຄົວວັດທະນະທຳ 1.127 ຄອບ ຄົວ, ບ້ານວັດທະນະທຳ 6 ບ້ານ, ນັກທ່ອງທ່ຽວເຂົ້າມາແຂວງ 356.945 ເທື່ອຄົນກວມ 49% ຂອງແຜນການປີ ແລະ ບັນດາ
ຄາດໝາຍອື່ນໆ ກໍໄດ້ມີການຈັດ ຕັ້ງປະຕິບັດຢ່າງເປັນຂະບວນ ຟົດຟື້ນ ແລະ ມີໝາກຜົນຕົວຈິງ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ