ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ຈັດງານພົບປະມິດຕະພາບຊາຍແດນ ລາວ-ຫວຽດນາມ ປະຈຳປີ 2019
ເວລາອອກຂ່າວ: 2019-08-06 08:29:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:



ໃນລະຫວ່າງວັນທີ 29-30 ກໍລະກົດ 2019 ທີ່ຜ່ານມາ ກອງ ບັນຊາການທະຫານແຂວງສະ ຫວັນນະເຂດ ສປປ ລາວ ກັບກອງ ບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດງານພົບປະມິດຕະພາບຊາຍແດນ ລາວ - ຫວຽດນາມ ປະ ຈໍາປີ 2019, ພິທີດັ່ງກ່າວໄດ້ຈັດ ຂຶ້ນຢູ່ທີ່ເມືອງເຫືອງຮວ່າ ແຂວງ ກວາງຈິ ສສ ຫວຽດນາມ ໂດຍມີ ສະຫາຍ ຫງວຽນວັນຮຸ່ງ ກຳມະ ການສູນກາງພັກ ເລຂາພັກແຂວງ ກວາງຈິ, ສະຫາຍ ພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາ ການທະຫານຊາຍແດນກອງທັບ ປະຊາຊົນຫວຽດນາມ ແລະ ຄະ ນະຜູ້ແທນຝ່າຍລາວນຳໂດຍສະ ຫາຍ ຄຳພູນ ຕຸໄພທູນ ຄະນະປະ ຈຳພັກແຂວງຮອງເຈົ້າແຂວງ ສະຫວັນນະເຂດ, ສະຫາຍ ພົນຈັດ ຕະວາ ສີພັນ ພຸດທະວົງ ຫົວໜ້າ ກົມທະຫານຊາຍແດນກົມໃຫຍ່ ເສນາທິການກອງທັບປະຊາຊົນ ລາວ ມີພະນັກງານທີ່ກ່ຽວຂ້ອງ ຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ອຳນາດການປົກຄອງແຂວງ, ອຳນາດການປົກຄອງເມືອງ, ການນຳກອງບັນຊາການທະຫານ ແຂວງ, ປກສ ແຂວງ, ທັງສອງ ຝ່າຍລາວ-ຫວຽດນາມເຂົ້າ ຮ່ວມ. ການຈັດງານພົບປະມິດຕະ ພາບຊາຍແດນໃນຄັ້ງນີ້ແມ່ນໄດ້ ພ້ອມກັນທົບທວນຄືນໝາກຜົນ ຂອງການພົວພັນຮ່ວມມືສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ ທໍ້ຕ່າງໆລຽບຕາມຊາຍແດນໃນ ຂອບເຂດຄວາມຮັບຜິດຊອບ ຂອງຕົນໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ,ໄດ້ໂຄສະນາສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນສອງເບື້ອງມີຄວາມ ເຂົ້າໃຈຕໍ່ແນວທາງນະໂຍບາຍກໍຄືລະບຽບການຊາຍແດນຂອງ ສອງພັກ-ລັດຖະບານ ລາວ-ຫວຽດນາມ ວາງອອກໃນແຕ່ລະ ໄລຍະ, ຄຽງຄູ່ກັນນັ້ນກໍຍັງມີກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ລັກລອບ ເຂົ້າ-ອອກເມືອງຜິດກົດໝາຍ, ຄ້າຂາຍເຖື່ອນ, ບັນຫາຢາເສບ ຕິດ ແລະ ບັນຫາອື່ນໆ, ຕໍ່ບັນຫາ ດັ່ງກ່າວນີ້ອຳນາດການປົກຄອງ ແຂວງຮ່ວມກັບກອງບັນຊາການ ທະຫານຊາຍແດນແຂວງທັງ ສອງເບື້ອງກໍໄດ້ຮ່ວມກັນແກ້ໄຂບັນຫາທີ່ເກີດຂຶ້ນລຽບຕາມຊາຍ ແດນໃຫ້ໝົດໄປເທື່ອລະກ້າວ, ພ້ອມກັນຜັນຂະຫຍາຍມູນເຊື້ອ ອັນດີງາມ, ສ້າງຊາຍແດນລາວ-ຫວຽດນາມ ໃຫ້ກາຍເປັນເສັ້ນ ຊາຍແດນແຫ່ງສັນຕິພາບ, ມິດ ຕະພາບ, ການຮ່ວມມື ແລະ ພັດ ທະນາຮອບດ້ານ. ໃນຕອນທ້າຍ ຄະນະຜູ້ແທນທັງສອງຝ່າຍກໍໄດ້ ເຂົ້າຮ່ວມຊົມການສະແດງສິລະ ປະຈາກກອງບັນຊາການທະ ຫານຊາຍແດນແຂວງກວາງຈິ-ສະຫວັນະເຂດ-ສາລະວັນ, ເຊິ່ງສະແດງເຖິງມູນເຊື້ອອັນດີງາມທີ່ສອງຊາດ ລາວ-ຫວຽດນາມ ໄດ້ ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ. ໃນວັນຕໍ່ມາຄະນະຜູ້ແທນທັງ ສອງຝ່າຍ ລາວ-ຫວຽດນາມ ກໍ ໄດ້ຈັດພິທີເຄົາລົບຫຼັກໝາຍຊາຍ ແດນ 605 ແລະ ຮັບຊົມການ ກວດກາລາດຕະເວນຮ່ວມກັນ ລະຫ່ວາງກອງຮ້ອຍທະຫານ ຊາຍແດນ 321 ທະຫານແຂວງ ສະຫວັນນະເຂດກັບຄ້າຍທະຫານ ຊາຍແດນດ່ານສາກົນລາວ ບາວ ແຂວງກວາງຈິ ແລະ ຮ່ວມກັນປູກ ຕົ້ນໄມ້ຢູ່ບໍລິເວນປະຕູຜ່ານແດນຕື່ມອີກ. ໂດຍ: ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ