ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ປາຖະກະຖາມູນເຊື້ອວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ
ເວລາອອກຂ່າວ: 2018-11-21 09:35:11 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ), ໄດ້ ຈັດຕັ້ງປາຖະກະຖາມູນເຊື້ອວັນ ສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50ປີ (30/11/1968-30/11/ 2018)ຂຶ້ນຢ່າງເປັນທາງການ. ໃນວັນທີ 13 ພະຈິກ 2018 ນີ້. ໂດຍການເປັນປະທານຂອງພັນ ເອກ ປອ ຄຳຜາຍ ສະພັງເໜືອ, ຮອງຫົວໜ້າການເມືອງ, ຫົວໜ້າ ກົມການເມືອງ ວປກ, ມີ ຄະນະ ພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະ ຮັບຜິດຊອບນັກສຶກສາ, ພະນັກ ງານ, ຄູ-ອາຈານ, ນັກຮົບ, ພະ ລາກອນທົ່ວ ວປກ ເຂົ້າຮ່ວມ. ບົດກ່າວປາຖະກະຖາຂອງ ພັນເອກ ປອ ຄຳຜາຍ ສະພັງ ເໜືອ ໄດ້ຍົກໃຫ້ເຫັນເຖີງປະຫວັດ ມູນເຊື້ອແຫ່ງການກຳເນີດເຕີບ ໃຫຍ່ເຂັ້ມແຂງ ແລະ ຄວາມເປັນ ມາ, ຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ມັ້ນຂອງການ ປະຕິວັດ ລາວ ນັບແຕ່ປີ 1946 – 1954, ບົນເສັ້ນທາງແຫ່ງຄວາມລະອິດ ລະອ້ຽວພາຍໃຕ້ການນຳພາ ຂອງພັກເຮົາ ໂດຍໄດ້ວາງແນວ ທາງຕໍ່ຕ້ານຂອງການຂອງການ ປະຕິວັດລາວ (ຕໍ່ຕ້ານຍືດເຍື້ອ ຍາວນານ, ແບບປວງຊົນ ແລະ ຮອບດ້ານ) ປຸກລະດົມຂົນ ຂວາຍ, ນຳພາການກໍ່ສ້າງຖານ ທີ່ໝັ້ນ ຂອງການປະຕິວັດ, ເດືອນ ເມສາ ປີ 1948 ສູນກາງພັກ ຄອມມູນິດອີນດູຈີນ, ຕົກລົງສ້າງ ຕັ້ງກອງຕະລຸມບອນລາວເໜືອ ໂດຍແະທານໄກສອນ ພົມວິຫານ ເປັນຜູ້ນຳພາ ເຊິ່ງມີໜ້າທີ່ກໍ່ສ້າງ ຮາກຖານ, ຈັດຕັ້ງປະກອບອາ ວຸດ, ກໍ່ສ້າງຖານທີ່ໝັ້ນຢູ່ເຂດ ຕາເວັນອອກສຽງເໜືອ, ຢູ່ຖານ ທີ່ໝັ້ນບ້ານລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ປະກາດສ້າງ ຕັ້ງກອງທັບລາງອິດສະຫຼະຂຶ້ນ ຢ່າງເປັນທາງການ ໃນວັນທີ 20 ມັງກອນ 1949. ກຳລັງປະກອບ ອາວຸດປະຕິວັດໄດ້ຣັບການກໍ່້ ສາງຂະຫຍາຍຕົວຢ່າງແຂງ ແຮງ. ຕົ້ນປີ 1953 ກອງທະ ຫານລາວອິດສະຫຼະສົມທົບກັບ ກອງທະຫານອາສາສະໝັກ ຫວຽດນາມເປີດສາກບັ້ນບຸກ ໂຈມຕີພາກເໜືອລາວປົດປ່ອຍ ທັງໝົດແຂວງຫົວພັນ, ຜົ້ງສາລີ, ຂຽງຂວາງ ແລະ ເຄິ່ງໜຶ່ງຂອງ ແຂວງຫຼວງພະບາງ. ໄຊຊະນະ ຂອງບັ້ນຮົບພາກເໜືອເປັນຂີດ ໝາຍແຫ່ງບາດກ້າວຂະຫຍາຍ ຕົວກະໂດນຂັ້ນຂອງບັນດາກຳ ລັງປະກອບອາວຸດລາວ ເພື່ອນຳ ພາປະຊາຊົນດຳເນີນສົງຄາມປົດ ປ່ອຍຊາດ ເຊິ່ງມີຍອດສູງແມ່ນ ໄຊຊະນະດຽນບຽນຟູ ປະຫວັດ ສາດເຮັດໃຫ້ພວກລ່າເມືອງຂຶ້ນ ຝຣັ່ງຈຳ ເປັນຕ້ອງຍອມເຊັນສັນ ຍາເຊີແນວກ່ຽວກັບອີນດູຈີນໃນ ວັນທີ 21 ກໍລະກົດ 1954 ກອງ ປະຊຸມເຊີແນວໄດ້ຮັບຮູ້ເອກະ ລາດອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລາວ. ຝ່າຍປະເທດລາວເປັນກຳ ລັງການເມືອງເອກະລາດ, ຖືກ ກົດໝາຍ, ມີທະຫານ ແລະ ເຕົ້າ ໂຮມຢູ່ສອງແຂວງຫົວພັນ ແລະ ຜົ້ງສາລີ. ສັນຍາເຊີແນວເປັນໄຊ ຊະນະຂອງຂະບວນການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຝຣັ່ງຢູ່ ລາວ. ເຮັດໃຫ້ສະພາບການຢູ່ ລາວມີການປ່ຽນແປງ ເຊິ່ງເປັນ ທ່າດີໃຫ້ແກ່ການປະຕິວັດລາວ ຢ່າຈະແຈ້ງ. ສິ່ງດັ່ງກ່າວໄດ້ເຮັດ ໃຫ້ທ່າ ແລະ ກຳລັງແຮງຂອງ ການປະຕິວັດລາວເຕີບໃຫຍ່ຂະ ຫຍາຍຕົວກ້າວກະໂດດຂັ້ນເຂດ ເຕົ້າໂຮມສອງແຂວງໄດ້ເປັນ ບ່ອນຕັ້ງສຳນັກງານອົງການ ຂອງພັກ, ແນວໂຮມເພື່ອສືບຕໍ່ ນຳພາ, ຊີ້ນຳການກໍ່ສ້າງກຳລັງ ການປະຕິວັດໃນທຸກດ້ານ, ໂດຍ ເສີມຂະຫຍາຍໄຊຊະນະອັນ ໃຫຍ່ຫຼວງ ແລະ ການຂະຫຍາຍຕົວ ຂອງການປະຕິວັດລາວ ແລະ ສືບຕໍ່ນຳພາພາລະກິດປະຕິວັດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ມາຮອດ ວັນທີ 30 ພະຈິກ 1968 ສູນ ກາງພັກຈຶ່ງໄດ້ຕົກລົງສ້າງຕັ້ງ ເມືອງວຽງໄຊເປັນຖານທີ່ໝັ້ນ ຂອງການປະຕິວັກລາວຈົນມາ ຮອດປັດຈຸບັນນີ້. ເມືອງວຽງໄຊຖານທີ່ໝັ້ນ ຂອງການປະຕິວັດລາວ ເຊິ່ງເປັນ ສູນກາງແຫ່ງການຊີ້ນຳ-ນຳພາ ຮອບດ້ານຂອງພັກໃນພາລະກິດ ປົດປ່ອຍຢ່າງມີໄຊ ແມ່ນບ່ອນ ກຳເນີດຂອງພັກປະຊາຊົນປະຕິ ວັດລາວ, ອົງການແນວລາວຮັກ ຊາດ, ເປັນຖານທີ່ໝັ້ນຂອງການ ປະຕິວັດ, ເປັນບ່ອນກໍ່ສ້າງຂະ ຫຍາຍກຳລັງປະກອບອາວຸດ, ກໍ່ສ້າງ ແລະ ປົກປັກຮັກສາຖານ ທີ່ໝັ້ນການປະຕິວັດ. ເມືອງວຽງ ໄຊແມ່ນຕົ້ນກຳເນີດຂອງສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ເປັນສູນກາງຊີ້ນຳຂອງ ພັກຕໍ່ພາລະກິດຕໍ່ສູ້ກູ້ຊາດຕ້ານ ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ປົດປ່ອຍປະເທດ ຊາດຢ່າງສົມບູນ ແລະ ພັກໄດ້ນຳ ພາສ້າງເມືອງວຽງໄຊ ເປັນລັດ ໜຶ່ງ. ເປັນແນວຫຼັງທີ່ແກ່ນໝັ້ນ ເພື່ອເຮັດສຳເລັດພາລະກິດປະຕິ ວັດຊາດ ປະຊາທິປະໄຕຂອງຊາດ ລາວເຮົາຕະຫຼອດໄປ. ໂດຍ: ສຸດຖະໜອມ ບຸບຜາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ