ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ຫໍສະໝຸດກອງທັບ ລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນຮ່ວມກັນ
ເວລາອອກຂ່າວ: 2019-08-06 08:24:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ:



ການພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະຜູ້ແທນຫໍສະໝຸດ ກອງທັບປະຊາຊົນລາວ ກັບຄະນະ ຜູ້ແທນຫໍສະໝຸດກອງທັບ ປະຊາ ຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນ ທີ 5 ສິງຫາ 2019 ນີ້, ຢູ່ທີ່ໂຮງ ແຮມອ່າງຄໍາ, ນະຄອນຫຼວງວຽງ ຈັນ, ເຊິ່ງຝ່າຍລາວນຳໂດຍສະ ຫາຍ ພັນໂທ ພິມພາ ປັນຍາຮັກຫົວໜ້າອໍານວຍການຫໍສະໝຸດ ກອງທັບປະຊາຊົນລາວ, ຝ່າຍ ຫຽດນາມ ນໍາໂດຍ ສະຫາຍ ພັນ ເອກ ນາງ ເຈີນທິ ບິກເຮ ອໍານວຍ ການຫໍສະໝຸດກອງທັບປະຊາ ຊົນຫວຽດນາມ, ມີຄະນະພັກ-ຄະນະອໍານວຍການ ແລະ ວິຊາ ການທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພັນໂທ ພິມພາ ປັນຍາ ຮັກ ຫົວໜ້າອໍານວຍການຫໍສະໝຸດ ກອງທັບປະຊາຊົນລາວ ໄດ້ມີຄໍາ ເຫັນກ່າວວ່າ: ຂ້າພະເຈົ້າພ້ອມ ດ້ວຍຄະນະອຳນວຍການຫໍສະ ໝຸດກອງທັບປະຊາຊົນລາວ ມີ ຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນ ຮັບ ພັນເອກ ນາງ ເຈີນທິ ບິກເຮ ອຳນວຍການຫໍສະໝຸດກອງທັບ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມລາວ ໃນຄັ້ງນີ້ເປັນການເພີ່ມທະວີເສີມ ຂະຫຍາຍມູນເຊື້ອການພົວພັນ ຮ່ວມມືລະຫວ່າງຫໍສະໝຸດກອງ ທັບປະຊາຊົນລາວ ແລະ ຫໍສະ ໝຸດກອງທັບ ສສ ຫວຽດນາມ ນັບມື້ດີຂຶ້ນບົນພື້ນຖານການຮ່ວມ ມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແບບມິດສະຫາຍ, ອ້າຍນ້ອງ ຕາມແນວທາງມິດຕະພາບ ແລະ ຄວາມສາມັກຄີພິເສດທີ່ຜູ້ນຳ ສູງສຸດຂອງສອງປະເທດພວກ ເຮົາໄດ້ພ້ອມກັນທະນຸຖະໜອມ ເພີ່ມພູນຄູນສ້າງໃຫ້ມີບາດກ້າວຂະຫຍາຍຕົວກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ພ້ອມທັງໄດ້ຕີລາຄາໃນການຮ່ວມມືລະຫວ່າງສອງຫໍສະມຸດ ລາວ-ຫວຽດນາມ ໃນໄລຍະຜ່ານມາແມ່ນສາມາດ ຍາດໄດ້ຜົນສຳເລັດຕາມລະດັບ ຄາດໝາຍ ແລະ ມີປະສິດທິຜົນສູງ ເຊິ່ງທັງສອງຝ່າຍໄດ້ມີການພົວ ພັນເຊິ່ງກັນ ແລະ ກັນຢ່າງແໜ້ນ ແຟ້ນ. ໃນການແລກປ່ຽນບົດຮຽນ ພວກເຮົາພ້ອມກັນຄົ້ນຄວ້າພິຈາ ລະນາເຖິງແຜນການຮ່ວມມືລະ ຫວ່າງສອງຫໍສະໝຸດເຊິ່ງມີບາງ ເນື້ອໃນສຳຄັນຄື: ສະເໜີຝ່າຍ ຫວຽດນາມ ຊ່ວຍກໍ່ສ້າງບຸກຄະ ລະກອນໂດຍເພາະແມ່ນພະນັກ ງານວິຊາການຂັ້ນປະລິນຍາຕີ ແລະ ໃຫ້ເຝິກອົບຮົມຍົກລະດັບດ້ານວິຊາສະເພາະໃຫ້ແກ່ພະນັກ ງານວິຊາການຫໍສະໝຸດກອງທັບ ປະຊາຊົນລາວ, ຍົກລະດັບການ ພົວພັນຮ່ວມມືໃຫ້ມີການແລກ ປ່ຽນດ້ານຂໍ້ມູນຂ່າວສານ, ທາງ ດ້ານປື້ມອ່ານປະເພດຕ່າງໆ ເພື່ອ ສະໜອງໃຫ້ນາຍ ແລະ ພົນທະ ຫານກໍຄືສັງຄົມທົ່ວໄປນັບມື້ອຸດົມ ສົມບູນ, ໃຫ້ສອງຫໍສະໝຸດກອງ ທັບປະຊາຊົນລາວ ແລະ ຫໍສະໝຸດ ກອງທັບ ສສ ຫວຽດນາມ ປະ ສານສົມທົບກັບຫໍພິພິທະພັນ ປະຫວັດສາດກອງທັບລາວ ແລະ ຫວຽດນາມ ເພື່ອເປີດງານສັບປະ ດາຈັດວາງສະແດງຮູບພາບມູນ ເຊື້ອ,ຈັດວາງສະແດງປື້ມປະເພດ ຕ່າງໆເນື່ອງໃນໂອກາດວັນປະ ຫວັດສາດສຳຄັນຂອງປະເທດ, ຂໍ ໃຫ້ຝ່າຍຫໍສະໝຸດກອງທັບແຫ່ງ ສສ ຫວຽດນາມ ໃຫ້ການຊ່ວຍ ເຫຼືອດ້ານອຸປະກອນເຕັກນິກຮັບ ໃຊ້ວິຊາສະເພາະທີ່ຈຳເປັນ ໂດຍສະ ເພາະຈັກສະແກນ ( Scanner ), ຈັກພິມບັດ ( Printer ), ໜ່ວຍ ເຊີເວີ ( Computer Server ), ອັບເດດໂປຼແກມໃຫ້ມີຄວາມສົມ ບູນ ແລະ ທັນສະໄໝ, ຊ່ວຍສ້າງ ເຄືອຄ່າຍ (ພ້ອມແນະນຳວິທີ ນຳໃຊ້ ). ໃນໂອກາດນີ້: ທາງຄະນະອໍາ ນວຍການຫໍສະໝຸດກອງທັບ ສສ ຫວຽດນາມ ໄດ້ມອບຄອມ ພີວເຕີ, ຈັກສະແກນເນີ ແລະ ປິ່ນ ເຕີຈໍານວນໜຶ່ງໃຫ້ຫໍສະໝຸດກອງທັບປະຊາຊົນລາວອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ