ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍີ່ປຸ່ນໃຫ້ຄວາມສຳຄັນຕໍ່ກັບວຽກງານ ຊອກຄົ້ນ-ກູ້ໄພພິບັດຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-11-21 09:34:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ:



ໃນວັນທີ 19 ພະຈິກ 2018 ນີ້, ກົມໃຫຍ່ ເສນາທິການກອງທັບປະຊາຊົນລາວຮ່ວມກັບ ກອງກຳລັງປ້ອງກັນຕົວເອງຍີ່ປຸ່ນເປີດເຝິກອົບ ຮົມໄລຍະສັ້ນວິຊາຊອກຄົ້ນ-ກູ້ໄພ ແລະ ແພດ ຊ່ວຍເຫຼືອສຸກເສີນຜູ້ປະສົບໄພ ພິບັດທາງທໍາມະຊາດ ຊຸດທີ 2 ຂຶ້ນທີ່ສະໂມສອນກອງຮ້ອຍ 58 ພາຍໃຕ້ ການເປັນປະທານຮ່ວມຂອງທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບປະຊາຊົນລາວ, ແລະ ທ່ານ ທາເກຊິ ຫິກິ ຫະຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ພັນເອກ ຊິໂດ ເຄທາໂຣ ທີ່ປຶກສາທູດ ຝ່າຍທະຫານຍີ່ປຸ່ນ ປະຈໍາ ສປປ ລາວ, ມີຄະນະຊ່ຽວຊານຕ້ານໄພ ພິບັດຈາກຍີ່ປຸ່ນ, ມີຄະນະຮັບຜິດ ຊອບຄວບຄຸມ ແລະ ຕ້ານໄພພິ ບັດທາງທຳມະຊາດຂອງກົມ ໃຫຍ່ເສນາທິການກອງທັບປະ ຊາຊົນລາວ ພ້ອມນັກເຝິກອົບຮົມ ຈໍານວນ 60 ສະຫາຍ ເຂົ້າຮ່ວມ. ພັນໂທ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ ເສນາທິການກອງທັບປະຊາຊົນ ລາວ ໄດ້ຜ່ານແຜນການອົບຮົມ ເຝິກຊ້ອມ-ຫັດແອບວິຊາຊອກ ຄົ້ນ-ກູ້ໄພ ແລະ ແພດຊ່ວຍເຫຼືອ ສຸກເສີນຜູ້ປະສົບໄພພິບັດທາງ ທໍາມະຊາດເທິງແຜນທີ່-ແຜນຮ່າງ ແລະ ພາກສະໜາມ ເພື່ອກະກຽມ ຄວາມພ້ອມໃນການກອບກູ້ ແລະ ແກ້ໄຂທັນເວລາ. ສຳລັບເນື້ອໃນ ເອກະສານໃນການເຝິກອົບຮົມ ວິຊາຊອກຄົ້ນ-ກູ້ໄພ ແລະ ແພດ ຊ່ວຍເຫຼືອສຸກເສີນຜູ້ປະສົບໄພ ພິບັດ ລວມມີ 2 ເນື້ອໃນຄື: ວິຊາ ຊອກຄົ້ນ-ກູ້ໄພ ແລະ ວິຊາແພດ ຊ່ວຍເຫຼືອສຸກເສີນຜູ້ປະສົບໄພ, ໃນນີ້, ວິຊາຊອກຄົ້ນ-ກູ້ໄພໄດ້ ແບ່ງອອກເປັນ 2 ພາກຄື: ເຝິກ ເປັນຄູຊອກຄົ້ນ-ກູ້ໄພ ແລະ ເຝິກ ເປັນນັກຊອກຄົ້ນ-ກູ້ໄພ; ວິຊາ ແພດຊ່ວຍເຫຼືອສຸກເສີນຜູ້ປະສົບ ໄພແບ່ງເປັນ 2 ພາກຄື: ເຝິກ ເປັນຄູແພດຊ່ວຍເຫຼືອສຸກເສີນຜູ້ ປະສົບໄພ ແລະ ເຝິກເປັນແພດ ກອບກູ້ຊ່ວຍເຫຼືອສຸກເສີນຜູ້ປະ ສົບໄພ. ການເຝິກອົບຮົມຫັດແອບ ໄລຍະສັ້ນຄັ້ງນີ້ ເພື່ອເປັນການ ບໍາລຸງ, ຍົກລະດັບດ້ານຄວາມຮູ້-ຄວາມສາມາດ, ທິດສະດີ, ຫຼັກ ການ ແລະ ການປະຕິບັດຕົວຈິງ ໃຫ້ມີຄວາມຊໍານິຊໍານານສາ ມາດເປັນກໍາລັງຕົ້ນຕໍໃຫ້ແກ່ ກອງທັບເຮົາ. ໄລຍະເວລາໃນ ການເຝິກອົບຮົມຫັດແອບຄັ້ງນີ້ ເປັນເວລາ 8 ວັນ ເລີ່ມແຕ່ວັນທີ 18-25 ພະຈິກ 2018 ຈຶ່ງຈະ ສໍາເລັດ. ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ