ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກຮາກຖານຫ້ອງການບໍລິຫານກົມໃຫຍ່ເສນາທິການກອງທັບສຳເລັດກອງປະຊຸມໃຫຍ່ຄັ້ງທີ II
ເວລາອອກຂ່າວ: 2018-11-21 09:33:31 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ໃນວັນທີ 19 ພະຈິກ 2018 ນີ້, ຄະນະພັກຮາກ ຖານຫ້ອງການ ບໍລິຫານກົມໃຫຍ່ເສນາທິການ ກອງທັບ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງ ຕົນຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງສະ ຫາຍພົນຈັດຕະວາ ສິງສະຫວັດ ພົມມະຈັກ ກຳມະ ການຄະນະປະ ຈຳພັກກົມໃຫຍ່, ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີ ພັນໂທ ຈັນລາ ກຽດສຸກກາ ເລຂາ ຄະນະພັກຮາກຖານ, ຮອງຫົວ ໜ້າຫ້ອງບໍລິຫານ, ມີບັນດາຄະນະພັກ-ຄະນະຫ້ອງ, ພະນັກງານສະມາຊິກພັກສົມບູນ-ສຳ ຮອງ ແລະ ແຂກຖືກເຊີນເຂົ້າ ຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ສີສະຫງຽນ ອຸດົມ ຮອງເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງ ການບໍລິຫານກົມໃຫຍ່ເສນາທິການກອງທັບກໍໄດ້ ຂຶ້ນຜ່ານ ບົດລາຍງານທັງສອງພາກ ເຊິ່ງໄດ້ຍົກໃຫ້ ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ ພ້ອມກັນ ສູ້ຊົນແກ້ໄຂ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ໂຄງການ ( ອ່ານຕໍ່ໜ້າ 7 ) ຂອງກະຊວງປ້ອງກັນປະເທດວາງ ອອກ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກ ງານຮອບດ້ານຂອງກົມກອງ ຕາມພາລະບົດບາດໂດຍຖືເອົາ ວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດເປັນບັນຫາ ສຳຄັນເຮັກໃຫ້ພະນັກງານສະມາ ຊິກພັກມີທັດສະນະຫຼັກໝັ້ນຄຸນ ທາດການເມືອງ, ຄຸນສົມບັດສິນ ທຳປະຕິວັດ, ກຳແໜ້ນຕໍ່ແນວ ທາງປ່ຽນແປງໃຫມ່ຂອງພັກ, ມີ ແນວຄິດອຸ່ນອຽນທຸ່ນທ່ຽງເປັນ ເຈົ້າການນຳໜ້າທຸກຂົງເຂດ ວຽກງານວິຊາສະເພາະ, ສາມາດ ຮັບປະກັນດ້ານພາຫະນະ ແລະ ນໍ້າມັນເຊື້ອໄຟໃຫ້ຄະນະນຳກົມ ໃຫຍ່, ກົມກອງ, ເຫຼົ່າຮົບວິຊາສະ ເພາະໄດ້ເຄື່ອນໄຫວຊີ້ນຳວຽກ ງານກຽມພ້ອມສູ້ຮົບ, ເຝິກແອບ ຮໍ່າຮຽນ ແລະ ວຽກງານອື່ນໆ ໄດ້ເປັນປົກກະຕິ ນອກຈາກນີ້ຕະ ຫຼອດໄລຍະ 5 ປີຜ່ານມາຄະນະ ພັກຮາກຖານໄດ້ຕັ້ງໜ້າປັບປຸງ ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳສາມາດເສີມຂະຫຍາຍບົດ ບາດນຳພານຳໜ້າເປັນເຈົ້າຂອງ ຄະນະພັກໜ່ວຍພັກຕໍ່ທຸກຂົງເຂດ ວຽກງານ ແລະ ປີຜ່ານມາສາ ມາດຂະຫຍາຍມະຫາຊົນກ້າວ ໜ້າເຂົ້າເປັນສະມາຊິກພັກໄດ້ 7 ສະຫາຍ, ສົ່ງໄປຮຽນຕໍ່ພາຍໃນ 4 ສະຫາຍ, ໄປທັດສະນະສຶກສາ ຕ່າງໆປະເທດ 3 ສະຫາຍ, ຈາກ ຜົນງານດັ່ງກ່າວກົມກອງສາມາດ ໄດ້ຮັບການຢັ້ງຢືນຮັບຮອງເປັນ ຄະນະພັກແຂງຮອບດ້ານ 5 ສະ ໄໝຕິດຕໍ່. ຂົງເຂດວຽກງານນຳ ພາປັບປຸງກໍ່ສ້າງສະຖານທີ່ຄ້າຍ ຄູໃນ 5 ປີຜ່ານມາໄດ້ກໍ່ສ້າງ ສ້ອມແປງປະຕິບັດ 8 ໂຄງການ ມູນຄ່າ 34 ຕື້ກີບ, ໄດ້ເກັບກຳຂໍ້ ມູນ ແລະ ຂຶ້ນທະບຽນທີ່ດິນກົມ ກອງທີ່ຂຶ້ນກັບກົມໃຫຍ່ເສນາທິ ການກອງທັບ 90 ຕອນ, ເນື້ອທີ 455 ເຮັກຕາ, ໄດ້ສົມທົບກັບກົມ ກໍ່ສ້າງຄຸ້ມຄອງຊັບສິນເພື່ອຕິດ ຕາມຊຳລະຄ່ານໍ້າປະປາ ແລະ ໄຟຟ້າໄລຍະ 5 ປີ ຊຳລະໄຟຟ້າ ມູນຄ່າ 19 ຕື້ກວ່າກີບ, ວຽກ ງານເພີ່ມພູມຜະລິດໄດ້ຈັດຕັ້ງປະ ຕິບັດໂຄງການປູກ-ລ້ຽງຢູ່ສວນ ຫ້ວຍຊັນປັດຈຸບັນນີ້ມີແບ້ 17 ໂຕ, ມີໜອງປາ 6 ໜອງປ່ອຍ ປາແລ້ວ 13.500 ໂຕ, ລ້ຽງ ສັດປີກປົກກະຕິຊຸດລະ 200 ໂຕ, ໄດ້ຮັບຜົນລະຜິດສະ ເລ່ຍ 100 ກິໂລຕໍ່ປີ, ຮ່ວມກັບບໍລິສັດ ຖ່ານຂາວປູກໄມ້ຕີ້ວ 5 ປີ ໄດ້ 6 ເຮັກຕາ, ສະນັ້ນກົມກອງຍັງ ໄດ້ຊອກແຫຼ່ງລາຍຮັບເພື່ອຖອກ ໃຫ້ກົມໃຫຍ່ເຊັ່ນ: ລາຍຮັບຈາກ ພັນທະຂອງອ້າຍນ້ອງຫ້ວຍຊັນ 6 ລ້ານກີບຕໍ່ປີ, ຈາກການຖອກ ພັນທະຂອງໂຮງງານນໍ້າດື່ມສະ ຫຼອງໄຊ 10 ລ້ານກີບຕໍ່ປີ, ເກັບ ຄ່າເຮືອນລວມໜອງວຽງຄຳ 92 ລ້ານກີບຕໍ່ປີ, ລາຍຮັບຂອງຫ້ອງ ການບໍລິຫານຈາກການຂາຍຜົນ ຜະລິດຫ້ວຍຊັນ 4 ລ້ານ ກີບຕໍ່ປີ, ຈາກຮ້ານກິນດື່ມ 8 ລ້ານກີບ ຕໍ່ປີ, ຈາກເຮືອນຮັບແຂກ 7 ລ້ານ ກີບຕໍ່ປີ, ດອກເບ້ຍກອງທຶນຂອງ ຫ້ອງການບໍລິຫານ 10 ລ້ານກີບ ຕໍ່ປີ ແລະ ຈາກການບໍລິການ ສ້ອມແປງລ້າງອັດສີດ, ເອົາສັດ ມາຂ້າຂາຍສະເລ່ຍ 10 ລ້ານກີບ ຕໍ່ປີ. ກອງປະຊຸມຍັງໄດ້ປະກອບ ຄຳຄິດຄຳເຫັນໃສ່ແຜນການທິດ ທາງໃນຊຸມປີຕໍ່ໜ້າຢ່າງກົງໄປ ກົງມາພາວະວິໄສເພື່ອເຮັດໃຫ້ ບົດສະຫລຸບ ແລະ ທິດທາງແຜນ ການມີເນື້ອໃນສົມບູນ ແລະ ເພື່ອ ພ້ອມກັນຈັດຕັ້ງປະຕິບັດຂອງ ເນື້ອໃນກອງປະຊຸມໃນຄັ້ງນີ້ມີ ໝາກຜົນສູງ, ພ້ອມນີ້ກອງປະຊຸມ ກໍໄດ້ພ້ອມກັນປ່ອນບັດຄັດເລືອກ ເອົາຄະນະໜ່ວຍພັກຊຸດໃໝ່ໃນ ນັ້ນໄດ້ຄັດເລືອກເອົາສະຫາຍ ພັນເອກ ສີສະຫງຽມ ອຸດົມ ເປັນ ເລຂາ, ພັນໂທ ສີພັນ ພົມທະວົງ ເປັນຮອງເລຂາ, ພັນ ໂທ ໄມມອນ ໄຊປະດິດ ເປັນກຳມະການກວດ ກາ, ພັນໂທ ສົມໝາຍ ແກ້ວບຸນ ສອນ ເປັນກຳມະການໂຄສະນາ, ພັນໂທ ບົວລອຍ ເປັນກຳມະການ ປ້ອງກັນ, ພັນໂທ ດາວວອນ ໄຊພູ ບານ ເປັນກຳມະການຈັດຕັ້ງ, ພັນໂທ ຕື້ ອິນທະວົງ ເປັນກຳມະ ການຄັງ. ໃນວາລະສຸດທ້າຍຂອງກອງ ປະຊຸມ ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມມະສັກ ໄດ້ໃຫ້ທິດ ຊີ້ນຳຕໍ່ຄະນະໜ່ວຍຊຸດໃໝ່ຈົ່ງສືບ ຕໍ່ເອົາໃຈໃສ່ປັບປຸງແບບແຜນວິ ທີເຮັດວຽກ ຕິດພັນກັບວຽກງານ ສ້າງຂະບວນການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ວຽກງານທີ່ໄດ້ ຮັບມອບໝາຍ ເຮັດວຽກເປັນໝູ່ ຄະນະ ລວມສູນປະຊາທິປະໄຕ ແບ່ງຄວາມຮັບຜິດຊອບ ເອົາໃຈ ໃສ່ເຄື່ອນໄຫວດຳເນີນຊີວິດການ ເມືອງ ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານ- ນັກຮົບເປັນແບບຢ່າງນຳໜ້າທີ່ດີ ນຳພາກົມກອງເຮັດສຳເລັດໜ້າທີ່ ວຽກງານການເມືອງຂອງຕົນ ນຳພາກົມກອງກ້າວຂຶ້ນຢ່າງໜັກ ແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດ ຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ