ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ປະກາດແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່ 11 ຜູ້ໃໝ່
ເວລາອອກຂ່າວ: 2019-08-05 09:33:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 356 | ຄວາມນິຍົມ:



ທ້າຍເດືອນກໍລະກົດນີ້, ກອງພັນໃຫຍ່ 11 ໄດ້ຈັດພິທີປະ ກາດແຕ່ງຕັ້ງຫົວໜ້າການເມືອງ ກອງພັນໃຫຍ່ 11 ຜູ້ໃໝ່ໂດຍການ ໃຫ້ກຽດເປັນປະທານຂອງສະ ຫາຍ ພົນໂທ ປອ ທອງລອຍ ສິລິ ວົງ ກຳມະການສູນກາງພັກ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີບັນດາແຂກຈາກ ພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍຄະນະພັກ-ຄະນະບັນຊາຕະຫຼອດ ຮອດພະນັກງານຫຼັກແຫຼ່ງພາຍ ໃນກົມກອງເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດ ຕະວາ ພູມີ ດາລາເພັດ ຫົວໜ້າກົມ ພະນັກງານກົມໃຫຍ່ການເມືອງ ກອງທັບ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 2402/ກປທ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 11 ພັກການເພື່ອ ກຽມຮັບເບ້ຍບຳນານ ແລະ ຖືກ ແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ໃນຄັ້ງນີ້ ອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)ພາກທີ III ໝວດ ທີ 01 ມາດຕາ 33 ວ່າດ້ວຍອາຍຸ ກະສຽນຮັບເບ້ຍບຳນານຂອງ ນາຍທະຫານ ກະຊວງປ້ອງກັນ ປະເທດ ຕົກລົງໃຫ້ສະຫາຍ ພັນ ເອກ ບຸນສົງ ພິມມະວົງ ຫົວໜ້າ ການເມືອງກອງພັນໃຫຍ່ 11 ພັກ ການເພື່ອກຽມຮັບເບ້ຍບຳນານ, ຂໍ້ຕົກລົງເລກທີ 2401/ກປທ ວ່າ ດ້ວຍການແຕ່ງຕັ້ງຫົວໜ້າການ ເມືອງກອງພັນໃຫຍ່ 11 ອີງຕາມ ກົດໝາຍນາຍທະຫານກອງທັບ ປະຊາຊົນລາວ (ສະບັບປັບປຸງ) ພາກທີ II ໝວດ ທີ 04 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກ ຍ້າຍນາຍທະຫານອີງຕາມທິດ ທາງປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາໃນກຳລັງ ປະກອບອາວຸດໃຫ້ເຂັ້ມແຂງໜັກ ແໜ້ນຮອບດ້ານ ເພື່ອເຮັດສຳ ເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດອີງຕາມ ການຄົ້ນຄວ້າຕົກລົງເຫັນດີ ຂອງກອງປະຊຸມ ຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ອີງ ຕາມການສະເໜີຂອງກົມໃຫຍ່ ການເມືອງກອງທັບ ກະຊວງປ້ອງ ກັນປະເທດ ເລກທີ 2401/ກປທ ມາດຕາ 01 ຕົກລົງ ແຕ່ງຕັ້ງ ສະ ຫາຍ ພັນໂທ ພອນມີໄຊ ສີວົງຊຳ ເປັນຫົວໜ້າການເມືອງ ກອງພັນ ໃຫຍ່ 11, ແຕ່ງຕັ້ງສະຫາຍ ພັນ ໂທ ຄຳສາຍ ມົນດວງສິງ ເປັນ ຮອງຫົວໜ້າການເມືອງ-ທັງເປັນ ຫົວໜ້າພະແນກການເມືອງ, ແຕ່ງ ຕັ້ງສະຫາຍ ພັນໂທ ສາຍທອງ ອຸ່ນລາສີ ເປັນຫົວໜ້າພະແນກ ຫ້ອງການບໍລິຫານ-ສັງລວມ ກອງພັນໃຫຍ່11 . ໂອກາດນີ້ສະຫາຍ ປອ ພົນໂທ ທອງລອຍ ສິລິວົງ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາເຄື່ອນ ໄຫວວຽກງານຕະຫຼອດໃນໄລຍະ ຜ່ານມາທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດເວົ້າລວມ ເວົ້າສະເພາະກໍຄື ກົມກອງມີບາດກ້າວທີ່ພົນເດັ່ນໃນຫຼາຍດ້ານເປັນຕົ້ນດ້ານວຽກງານພັກ-ວຽກງານການເມືອງ ແລະ ວຽກງານແນວຄິດປຸກລະດົມຂົນຂວາຍຊຸກຍູ້ພະນັກງານສະມະຊິກພັກ-ນັກຮົບໃຫ້ເຂົ້າໃຈ ແຈ້ງຕໍ່ແນວທາງນະໂຍບາຍການ ປ່ຽນແປງໃໝ່ຂອງພັກ-ລັດ ຢ່າງ ຮອບດ້ານ, ພ້ອມທັງເນັ້ນໃຫ້ຜູ້ ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ຈົ່ງ ເພີ່ມທະວີເອົາໃຈໃສ່ຈັດຕັ້ງຊີ້ນຳ-ນຳພາບັນຊາກົມກອງຢ່າງຕັ້ງ ໜ້າສຸມທຸກສະຕິປັນຍາເຫື່ອແຮງ ເຂົ້າໃນໜ້າທີ່ການເມືອງ ປະສານ ສົມທົບກັນໃນການປະຕິບັດວຽກ ງານຂອງກົມກອງເປັນເຈົ້າການ ປຸກລະດົມຂົນຂວາຍພະນັກງານ- ນັກຮົບໃຫ້ມີແນວຄິດໜັກແໜ້ນ ແຂັ້ມແຂງທາງດ້ານການຈັດຕັ້ງ, ເຄື່ອນໄຫວຕາມພາລະບົດບາດ ຂອງຕົນ, ໄປຄຽງຄູ່ກັນນັ້ນ ກໍຕ້ອງ ມີແບບແຜນວິທີເຮັດວຽກທີ່ມີວິ ທະຍາສາດເຕົ້າໂຮມຄວາມສາ ມັກຄີພາຍໃນ-ພາຍນອກໃຫ້ເປັນ ປຶກແຜ່ນແໜ້ນໜາ, ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ວຽກງານກ້າ ເຮັດກ້າຕັດສີນໃຈ ແລະ ກ້າຮັບຜິດ ຊອບບົນພື້ນຖານຄວາມຖືກຕ້ອງ ເຮັດວຽກເປັນໝູ່ຄະນະ, ບຸກຄົນ ຮັບຜິດຊອບລວມສູນປະຊາທິ ປະໄຕ ແລະ ກົງໄປກົງມາເອົາ ໃຈໃສ່ຫັນເອົາກຳລັງກໍ່ສ້າງຮາກ ຖານການເມືອງຂອບເຂດກົມ ກອງຮັບຜິດຊອບ ແລະ ກໍ່ສ້າງ ພັກ-ພະນັກງານໃຫ້ຖືກຕາມທິດນຳຂອງຂັ້ນເທິງຢ່າງຮອບດ້ານ. ເພື່ອພ້ອມກັນນຳພາກົມກອງຂອງ ຕົນກ້າວຂຶ້ນຕາມແບບແຜນ ແລະ ທັນສະໄໝ. ໂດຍ: ອິນກອງ ສຸກໄຊຍະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ