ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ຄັດເລືອກນັກກິລາຍິງປືນເກັ່ງ ເຂົ້າຮ່ວມການແຂ່ງຂັນຍິງປືນກອງທັບບົກອາຊຽນ
ເວລາອອກຂ່າວ: 2019-08-05 09:31:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 427 | ຄວາມນິຍົມ:



ທ້າຍເດືອນກໍລະກົດ 2019 ນີ້, ກອງພັນຍິງປືນສາກົນ 199 ໄດ້ຈັດຕັ້ງຄັດເລືອກເອົານັກກີລາ ຜູ້ທີ່ມີເງື່ອນໄຂມາດຖານທາງ ດ້ານວິຊາສະເພາະ-ເຕັກນິກ ເພື່ອ ເຂົ້າຮ່ວມການແຂ່ງຂັນຍິງປືນ ກອງທັບບົກອາຊຽນ ຄັ້ງທີ 29 ທີ່ປະເທດອິນໂດເນເຊຍ ເປັນ ເຈົ້າພາບໃນທ້າຍປີນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ພັນແສງ ບຸນພັນ ຫົວ ໜ້າກົມອົບຮົມ ກົມໃຫຍ່ເສນາທິ ການກອງທັບ, ມີຫົວໜ້າພະແນກ ຍຸດທະສິນ, ຄະນະພັກ-ຄະນະບັນ ຊາ, ຄູເຝິກນັກກີລາເຂົ້າຮ່ວມ. ຈຸດປະສົງໃນການຈັດຕັ້ງກວດ ສອບໃນຄັ້ງນີ້ແມ່ນເພື່ອຄັດເລືອກ ເອົານັກກີລາທີ່ໄດ້ເລີ່ມຫັດແອບ ເຝິກຊ້ອມມາແຕ່ຕົ້ນເດືອນເມ ສາ 2019 ທີ່ຜ່ານມາ ແລະ ເລືອກເອົາຜູ້ທີ່ມີສີມືດີມີຄວາມ ແມ້ນຢຳ, ຍິງໄດ້ຄະແນນດີເພື່ອ ຕາງໜ້າໃຫ້ນັກກີລາກອງທັບປະ ຊາຊົນລາວ, ປະເພດກີລາຍິງປືນ ທີ່ໄປແຂ່ງຂັນໃນຄັ້ງນີ້ມີທັງໝົດ 4 ປະເພດປືນຄື: ທີມປືນເຫຼັກຍາວ-ເຫຼັກສັ້ນ, ທີມປືນຈັກ, ທີມປືນສັ້ນ ຊາຍ ແລະ ທີມປືນສັ້ນຍິງ, ການ ກວດສອບໄດ້ດຳເນີນໄປ 1 ວັນ ສາມາດຄັດເລືອກໄດ້ນັກກີລາ ຕົວຈິງ 16 ສະຫາຍ, ນັກກີລາ ທີ່ໄດ້ເຂົ້າຮອບໃນຄັ້ງນີ້ລ້ວນແຕ່ ມີສີມື ແລະ ຍິງໄດ້ຄະແນນສູງ ກວ່າໝູ່ໃນແຕ່ລະທີມປືນ ແລະ ໄດ້ຮັບການເຝິກຊ້ອມຢ່າງຊຳນິ ຊຳນານ, ມີຄວາມວ່ອງໄວຄ່ອງ ແຄ້ວ ແລະ ມີຄວາມພ້ອມທີ່ຈະ ເຂົ້າຮ່ວມການແຂ່ງຂັນກອງທັບ ບົກອາຊຽນ ຄັ້ງທີ 29 ທີ່ປະ ເທດອິນໂດເນເຊຍ ເປັນເຈົ້າພາບ ໃນທ້າຍປີນີ້ ແລະ ພ້ອມທີ່ຈະເອົາ ຜົນສຳເລັດກັບມາສູ່ກົມກອງ ກໍຄື ກອງທັບປະຊາຊົນ, ໃນໂອກາດ ດຽວກັນນັ້ນອົງການຈັດຕັ້ງຊາວ ໜຸ່ມ-ແມ່ຍິງກອງພັນຍັງໄດ້ມອບ ເຄື່ອງບໍລິໂພກໃຫ້ແກ່ຄູເຝິກ ແລະ ນັກກີລາຈຳນວນໜຶ່ງ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ພັນແສງ ບຸນພັນ ຫົວໜ້າ ກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບ ໄດ້ໂອ້ລົມຕໍ່ຄູເຝິກ ແລະ ນັກກີລາທີ່ຜ່ານເຂົ້າຮອບໃນຄັ້ງນີ້ ເຊິ່ງກ່ອນອື່ນສະຫາຍກໍໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານຜົນສຳເລັດທີ່ ຍາດມາໄດ້ໃນໄລຍະຜ່ານມາຈົນ ສາມາດຜ່ານເຂົ້າຮອບສຸດທ້າຍ ພ້ອມທັງຮຽກຮ້ອງມາຍັງຄູເຝິກ- ນັກກີລາຈົ່ງເອົາໃຈໃສ່ເຝິກຝົນຫຼໍ່ ຫຼອມຕົນເອງ, ຮັກສາສຸຂະພາບ ໃຫ້ມີຄວາມແຂງແຮງ, ເຝິກຊ້ອມ ໃຫ້ມັນມີຄວາມຊຳນິຊຳນານຄ່ອງ ແຄ້ວວ່ອງໄວຈຳໄດ້ກະຕິກາໃນ ການຫັດແອບໃຫ້ມັນດີມີວິໄນ, ພ້ອມກັນເຮັດລ້ອນໜ້າທີ່ການ ເມືອງທີ່ຂັ້ນເທິງມອບໝາຍໃຫ້ ດ້ວຍຜົນສຳເລັດອັນຈົບງາມ. ໂດຍ: ຮ້ອຍເອກ ນາງ ບົວໄວ ວັນນະສົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ