ຫ້ອງວ່າການ ກະຊວງປ້ອງກັນປະເທດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-07-09 10:38:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1277 | ຄວາມນິຍົມ: ![]()
ໃນວັນທີ 9 ກໍລະກົດ 2025 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສົມພອນ ມິຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ຄະນະອໍານວຍການບໍລິສັດ, ລັດວິສາຫະກິດ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ໄຊຍະສອນ ແກ້ວໂຍທີ ຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາ 6 ເດືອນ ເຊິ່ງຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ ຕິດພັນກັບການໂຄສະນາປາຖະກະຖາ ເຊື່ອມຊຶມ ບັນດາມະຕິ, ຄໍາສັ່ງຕ່າງໆ ກໍຄືແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆ. ດ້ານວຽກງານວິຊາສະເພາະ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາໜ່ວຍງານວິຊາສະເພາະໃນການຄົ້ນຄວ້າບັນດາມະຕິຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ມະຕິ, ຄໍາສັ່ງ ຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ເປັນມະຕິ ຂອງຄະນະພັກກະຊວງ, ເປັນທິດທາງວຽກງານປ້ອງກັນຊາດ; ສະຫຼຸບລາຍງານ ແລະ ວາງທິດທາງວຽກງານປ້ອງກັນຊາດ ປະຈໍາອາທິດ, ປະຈຳເດືອນ ຂອງກະຊວງປ້ອງກັນປະເທດ, ຫ້ອງວ່າການ ກະຊວງປ້ອງກັນປະເທດ. ຄົ້ນຄວ້າ-ຮ່າງບັນດາຄໍາສັ່ງແນະນໍາ, ແຜນການເຄື່ອນໄຫວເຮັດວຽກ ຂອງຄະນະນໍາກະຊວງ, ແຈ້ງການ, ບົດລາຍງານ, ບັນດາບົດຄໍາເຫັນ, ບົດໂອ້ລົມ, ບົດປາໄສ ຂອງຄະນະນໍາກະຊວງ ແລະ ຂອງການນໍາພັກ-ລັດ, ເປັນເຈົ້າການປະສານສົມທົບກັບບັນດາອົງການກ່ຽວຂ້ອງ ຂອງ ພັກ-ລັດ, ກົມກອງ-ທ້ອງຖິ່ນ; ຕິດຕາມ ແລະ ຊ່ວຍການນໍາກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ; ກວດແກ້ເອກະສານ, ສັບຊ້ອນສ້າງສຳເນົາ ແລະ ຈໍລະຈອນເອກະສານເປັນລະບົບ-ວ່ອງໄວ, ຮັກສາໄດ້ຄວາມລັບ ແລະ ມີຄວາມປອດໄພ ເຊິ່ງໃນ 6 ເດືອນຜ່ານມາ ສັງລວມໄດ້: ກວດແກ້ເອກະສານ ຂາເຂົ້າ-ຂາອອກ ຂອງກະຊວງ: ຂາເຂົ້າ 3.335 ສະບັບ, ຂາອອກ 3.397 ສະບັບ; ຂາເຂົ້າ-ຂາອອກ ຂອງຫ້ອງວ່າການ ກະຊວງປ້ອງກັນປະເທດ: ຂາເຂົ້າ 3.016 ສະບັບ, ຂາອອກ 1.368 ສະບັບ; ຈັດສົ່ງເອກະສານແຈ້ງຕອບ ວຽກງານປະຕູດຽວ ໃຫ້ກະຊວງແຜນການ ແລະ ການລົງທຶນ 58 ສະບັບ; ສົ່ງເອກະສານຂອງກະຊວງ ແລະ ຫ້ອງວ່າການ 461 ຄັ້ງ, ຮັບປະກັນວຽກຂອງຂັ້ນເທິງ 397 ຄັ້ງ, ເຮັດສະໂນດນໍາສົ່ງ 36 ຄັ້ງ, ເຮັດປຶ້ມມະຕິກອງປະຊຸມຄົບຄະນະສະໄໝສາມັນ 14 ຫົວ; ຮັບໂທລະເລກ 51 ສະບັບ, ສົ່ງໂທລະເລກ 129 ສະບັບ ສົ່ງໃຫ້ບັນດາກໍາລັງຫຼວງ-ທ້ອງຖິ່ນ ທົ່ວກອງທັບ; ຕິດຕາມຄະນະລັດຖະມົນຕີກະຊວງປ້ອງກັນປະເທດ ໄປເຮັດວຽກຢູ່ພາຍໃນ-ຕ່າງປະເທດ 325 ຄັ້ງ. ສະເໜີຄວັດຕາປະທັບໃຫ້ບັນດາກົມກອງຈໍານວນ 40 ກົມກອງ ຈໍານວນ 103 ໜ່ວຍ, ສະໜອງຂໍ້ມູນ 17 ສະບັບ, ຮັບເອກະສານປີ 2024 ຂອງກະຊວງປ້ອງກັນປະເທດ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າສູນສໍາເນົາ, ລົງເຜີຍແຜ່ວຽກງານຄຸ້ມຄອງເອກະສານໃຫ້ກອງບັນຊາການທະຫານແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ກອງພົນທີ 4.
ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການປະຈຳປີ 6 ເດືອນທ້າຍປີ 2025. ຈາກນັ້ນ, ສະຫາຍປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາວຽກງານທີ່ສຳຄັນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນຕໍ່ໜ້າບັນລຸໝາກຜົນສູງ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















