ກອງປະຊຸມ ຄະນະຊີ້ນຳໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ປະຈໍາປີ 2025
ເວລາອອກຂ່າວ: 2025-07-09 09:53:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 930 | ຄວາມນິຍົມ: ![]()
ວັນທີ 8 ກໍລະກົດ 2025 ນີ້, ກອງປະຊຸມຄະນະຊີ້ນຳໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໄດ້ຈັດຂຶ້ນຢູ່ທີ່ ໂຮງແຮມ ສຸພັດຕຣາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນ ຮອງປະທານ ແລະ ຜູ້ປະຈໍາການ ຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ທ່ານ ນາງ ມາຕິນ ເຕເຣ ຜູ້ຕາງໜ້າຈາກອົງການ ສະຫະປະຊາຊາດ (ສປຊ) ເພື່ອການພັດທະນາ ປະຈຳ ສປປ ລາວ, ມີເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ອົງການ ສປຊ ເພື່ອການພັດທະນາ, ບັນດາທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ, ການນຳກະຊວງ, ຂະແໜງການ ຄຊກລ ທັງສູນກາງ ແລະ ບັນດາແຂວງເຂົ້າຮ່ວມຜ່ານທາງອອນລາຍ.
ຈຸດປະສົງຂອງກອງປະຊຸມ ເພື່ອພ້ອມກັນທົບທວນຄືນຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດກິດຈະກໍາພາຍໃຕ້ໂຄງການຮ່ວມມື ໃນໄລຍະ 6 ເດືອນຕົ້ນປີ ທີ່ຜ່ານມາ, ເວົ້າສະເພາະ ເປັນການຕິດຕາມ ແລະ ຮັບປະກັນການຈັດຕັ້ງປະຕິບັດກິດຈະກໍາ ຂອງບັນດາໜ່ວຍງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ (ລບຕ) ແລະ ບັນດາຄູ່ຮ່ວມພັດທະນາ ໃນນາມຜູ້ໃຫ້ທຶນໄດ້ຮັບຊາບ, ເພື່ອພ້ອມກັນປະເມີນ ແລະ ຊຸກຍູ້ການ ນຳພາ-ຊີ້ນໍາ, ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນການປະຈຳປີໃຫ້ໄດ້ຮັບຄາດໝາຍຕາມຈຸດປະສົງ ຂອງໂຄງການຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໂດຍໃຫ້ສອດຄ່ອງກັບແຜນພັດທະ ນາ-ເສດຖະກິດ ສັງຄົມແຫ່ງຊາດ, ແຜນຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໄລຍະປີ 2021-2030 ແລະ ເປົ້າໝາຍການພັດທະນະແບບຍືນຍົງທີ 18, ຊີວິດປອດໄພຈາກລະເບີດບໍ່ທັນແຕກ.
ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄຊກລ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ພາຍໃຕ້ໂຄງການດັ່ງກ່າວ ໄລຍະ 6 ເດືອນຕົ້ນປີ 2025 ທີ່ຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຫ້ອງການ ຄຊກລ; ສະຫາຍ ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າການທະຫານ ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໄລຍະ 6 ເດືອນຕົ້ນປີ 2025 ທີ່ ຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງກອງກວດກູ້ລະເບີດເພື່ອມະນຸດສະທໍາຂອງກອງທັບ (ກອງ 58); ທ່ານ ອານຸສັກ ພົງສາ ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໄລຍະ 6 ເດືອນຕົ້ນປີ 2025 ທີ່ຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງ ຄກລ. ນອກນີ້, ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ແນວທາງໃນຕໍ່ໜ້າ ສະພາບລວມໂຄງການ ແລະ ການເງິນ-ງົບປະມານ ພ້ອມທັງປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.
ໂອກາດນີ້, ປະທານຮ່ວມກອງປະຊຸມ ໄດ້ມີຄຳເຫັນ ເພື່ອເປັນພື້ນຖານໃຫ້ສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍເຫັນດີຮັບຮອງແຜນກິດຈະກຳ ຂອງຫ້ອງການ ຄຊກລ, ກອງ 58, ຄກລ ແລະ ໂຄງຮ່າງການຈັດຕັ້ງໃໝ່ ຂອງຫ້ອງການ ຄຊກລ, ໃຫ້ທຸກພາກສ່ວນເອົາໃຈໃສ່ຈັດຕັ້ງປະຕິບັດກິດຈະກຳຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນກິດຈະກຳໃນປີ 2025 ຢ່າງມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ ແລະ ສາມາດລາຍງານຄວາມຄືບໜ້າໄດ້ຢ່າງເປັນປະຈຳ, ການຈັດຕັ້ງປະຕິບັດບັນດາກິດຈະກຳໃນໂຄງການ ຕ້ອງໃຫ້ມີຄວາມຍືດຍຸ່ນ ແລະ ມີແຜນສຳຮອງ ເພື່ອຮອງຮັບຕໍ່ການປ່ຽນແປງ ຂອງສະພາບການ ແລະ ຕອບສະໜອງຕໍ່ຄວາມຕ້ອງການທີ່ຈະເກີດຂຶ້ນໃນອະນາຄົດ, ສືບຕໍ່ປັບປຸງຂອດການປະສານງານ ແລະ ສ້າງຄວາມອາດສາມາດໃຫ້ພະນັກງານຂັ້ນທ້ອງຖິ່ນ ເພື່ອປະກອບສ່ວນຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໃຫ້ມີຄວາມໂລ່ງລ່ຽນ ແລະ ຄ່ອງແຄ່ວກວ່າເກົ່າ.
ໂດຍ: ສຸເວດ ສີດາຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















