ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ມິຖຸນາ 2026

  

ຫ້ອງ​ພະລາທິການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ສຸມ​ໃສ່​ວຽກ​ງານ​ການ​ອົບຮົມ-ຫັດ​ແອບ
ເວລາອອກຂ່າວ: 2025-07-09 09:48:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2711 | ຄວາມນິຍົມ:



ອີງໃສ່​ບົດ​ສະຫຼຸບ​ວຽກ ງານການ​ອົບຮົມ-ຫັດ​ແອບການ ເມືອງ, ການ​ທະຫານ, ພະລາ ທິການ-ເຕັກນິກ​ ຂອງ​ຫ້ອງ​ພະ ລາທິການ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ ທີ່ສະເໜີ​ ໂດຍ​ສະຫາຍ ພັນ​ໂທ ສົມຮັກ ໄຊ​ແກ້ວ ຫົວໜ້າ​ພະ​ແນກ​ບໍລິ ຫານ ຫ້ອງ​ພະລາທິການໃຫ້ຮູ້​ວ່າ: ປະຕິບັດ​ຕາມ​ຄຳ​ສັ່ງຂອງ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການຈັດຕັ້ງ​ອົບຮົມ-​ຫັດ ​ແອບ​ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳ​ ປີ 2025 ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ເພື່ອ​ເຮັດ​ໃຫ້​ນາຍ ແລະ ພົນທະຫານ ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຮູ້​ຄວາມ​ສາມາດ ແລະ ຄວາມ​ຊຳນິ​ຊຳນານ​ດ້ານ​ການທະ ຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃນ​ລະດັບ​ທີ່​ແນ່ ນອນ ແນ​ໃສ່​ປັບປຸງ​ລະບຽບ​ແບບ ແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ​ໃຫ້​ແກ່​ນາຍ ແລະ ພົນທະຫານ ທັງ​ເປັນ​ການ​ກະຕຸກ​ຊຸກຍູ້​ໃນການ ຈັດຕັ້ງ​ປະຕິບັດ​ຂໍ້​ກຳນົດກົດ​ລະ ບຽບວິໄນ​ຂອງ​ກອງທັບໃຫ້ເຂັ້ມ​ ງວດ, ສ້າງ​ກົມ​ກອງ​ໃຫ້​ມີ​ແບບ ແຜນ​ທັນ​ສະໄໝ ໃນ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ສຸມ​ໃສ່​ເປັນ ​ເຈົ້າ​ການ​ນຳພາ-ຊີ້​ນຳ​ບັນດາ​ພະ ແນກການ ແລະ ພະນັກງານ-ນັກ ຮົບ ຈັດຕັ້ງປະຕິບັດໜ້າທີ່ວຽກ ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະຫງົບ​ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ກົມ​ກອງຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ ພື້ນຖານ, ສຶກ​ສາ​ອົບຮົມ​ການ ເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ໄດ້​ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​​ມ້າງເພ​ທຳລາຍ​ຂອງ​ກຳລັງ​ອິດ​ທິ​ປໍ​ລະ​ປັກ​ໃນ​ນັ້ນ​ໄດ້​ຈັດ​ຕັ້ງ​ເຊື່ອມ​ຊຶມ​ມະຕິ​ຄຳ​ສັ່ງ, ຂໍ້​ກຳນົດ​ກົດ​ລະບຽບ​ຕ່າງໆ​ຂອງ​ພັກ ແລະ ຂອງ​ກອງທັບ ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນງານ​ ຂອງ​ຄະນະ​ພັກ​ກະຊວງ​ປ້ອງກັນ​ ປະເທດ​ວາງ​ອອກ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ເປັນຕົ້ນ​ແມ່ນ​ວຽກ​ງານ​ການ​ອົບ ຮົມ-ຫັດ​ແອບ, ວຽກ​ງານ​ການ​ກຽມພ້ອມ​ສູ້​ຮົບ ແລະ ວຽກ​ງານ​ການ​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ​ສຸມ​ໃສ່​ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ຊາດເຂັ້ມແຂງ ຍູ້​ແຮງ​ວຽກ​ງານ​ສ້າງ​ພະລາທິ ການ​ກັບ​ທີ່​ໂດຍ​ການຍົກ​ສູງ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງດ້ວຍຕົນເອງ ຕາມ​ທ່າແຮງ​ບົ່ມ​ຊ້ອມ​ກົມ​ກອງ. ໂດຍ: ນາງ ບົວ​ລິ​ວັນ ໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ