ກົມ ວສ-ປສ ການທະຫານ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2025-07-09 09:46:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2211 | ຄວາມນິຍົມ: ![]()
ວັນທີ 4 ກໍລະກົດ 2025 ນີ້, ກົມ ວສ-ປສ ການທະຫານກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ, ຮອງຫ້ອງຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ອິນຖາ ຮອງຫົວໜ້າຫ້ອງການ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າເຊິ່ງຍົກໃຫ້ເຫັນຜົນງານທີ່ເດັ່ນ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະ 6 ເດືອນຜ່ານມາ ວຽກງານທີ່ພົ້ນເດັ່ນໃນຕົ້ນປີຜ່ານມາຄະນະກົມລົງເຄື່ອນໄຫວປະກາດການຈັດຕັ້ງປະກາດສະພາວິທະຍາສາດ-ປະຫວັດສາດການທະຫານຢູ່ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນສຳເລັດ, ໃນຕະຫຼອດໄລຍະ 6 ເດືອນຜ່ານມາ, ກົມຂອງພວກເຮົາຍັງຮັກສາຄວາມສະຫງົບພາຍໃນ, ພະນັກງານ-ນັກຮົບຍັງອຸ່ນອ່ຽນ-ທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາ-ບັນຊາຂອງຄະນະພັກ-ຄະນະກົມ, ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບໂດຍສະ ເພາະແມ່ນ 7 ລະບອບ 18 ວຽກຂອງກອງ
ທັບ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທີ່ຕັ້ງພາລະບົດບາດຂອງກົມ, ວຽກງານວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມການທະຫານ, ດຳເນີນໂຄງການຄົ້ນຄວ້າຖານ
ຂໍ້ມູນປ້ອງກັນຊາດໃນແຜນທີ່ເອເລັກໂຕຣນິກ, ຄົ້ນຄວ້າສ້າງເກັບລະເບີດເອເລັກໂຕຣນິກ ນຳໃຊ້ໃນການສູ້ຮົບ, ສຳເລັດການຄົ້ນຄວ້າຂຽນປື້ມປະຫວັດສາດມູນເຊື້ອ
ຂອງກົມວິທະຍາສາດ-ປະຫວັດສາການທະຫານ ຄົບຮອບ 20 ປີ, ເກັບກຳຂໍ້ມູນ ແລະ ຄົ້ນຄວ້າໂຄງການປະຫວັດສາດການພົວພັນຮ່ວມມືສອງກອງທັບ ລາວ-ຈີນ,
ເກັບກຳຂໍ້ມູນ ແລະ ຄົ້ນຄວ້າຂຽນປະຫວັດສາດການພົວພັນຮ່ວມມືສອງກອງທັບລາວ-ຣັດເຊຍ, ກວດແກ້ຮຽບຮຽງ ແລະ ປັບປຸງຄືນປຶ້ມປະຫວັດສາດ ມູນເຊື້ອການລຸກຮື້ຂຶ້ນຢືດອຳນາດທົ່ວປະເທດ, ສຳເລັດການຄົ້ນຄວ້າ ແລະ ແຕ້ມແຜນ
ທີ່ການກໍ່ສ້າງຂອບເຂດປ້ອງກັນບໍລິເວນ ແຂວງບໍ່ແກ້ວ ໃນໄລຍະໃໝ່, ໄດ້ຂຽນໂຄງການຄົ້ນຄວ້າ ແລະ ແຕ້ມແຜນທີ່ການກໍ່ສ້າງຂອບເຂດ ແລະ ປ້ອງກັນບໍລິເວນແຂວງ ບໍລິຄຳໄຊ ໄລຍະໃໝ່, ຄາດກະແຜນຫງົບປະມານໂຄງການທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ ລຽບຕາມແນວຊາຍແດນ ແຂວງຄຳມ່ວນ. ຈາກນັ້ນ ແຕ່ລະພາກສ່ວນຍັງໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອປັບປຸງບັນດາຂໍ້ຄົງຄ້າງໃຫ້ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ ແລະ ຮັບຟັງການໂອ້ລົມຈາກສະຫາຍຮອງຫົວໜ້າກົມຕື່ມອີກ.
ໂດຍ: ນາງ ພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















