ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ປະກາດ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນໃຫ້​ນາຍ​ທະຫານ ຢູ່​ອົງການ​ໄອ​ຍະ​ການ​ທະຫານ​ພາກ​ໃຕ້
ເວລາອອກຂ່າວ: 2025-07-09 09:45:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2311 | ຄວາມນິຍົມ:



ພິທີ​ປະກາດ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ຢູ່​ອົງການ​ໄອ​ຍະ​ການ​ທະຫານ​ພາກ​ໃຕ້, ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 4 ກໍລະກົດ 2025 ນີ້. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ອຳພອນ ສຸກ​ວິໄລ ຫົວໜ້າ​ຫ້ອງ​ການເມືອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ພັນ​ເອກ ພູ​ວົງ ບຸດ​ສະ​ດີ ຫົວໜ້າ​ອົງການ​ ໄອຍະ​ການທະຫານພາກໃຕ້, ມີຄະນະພັກ-ຄະນະບັນຊາ ພ້ອມ​ດ້ວຍ​ພະນັກງານ​ທີ່​ໄດ້​ຮັບ​ການ​ເລື່ອນ​ ຊັ້ນ, ເລື່ອນ​ທຽບ​ຊັ້ນ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ກອງ​ຄຳ ດາ​ວັນ​ຄຳ ຊ່ວຍ​ວຽກ​ພະ​ແນກ​ພະນັກງານ,ຫ້ອງ​ການເມືອງ, ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນໃຫ້​ນາຍ​ທະຫານ ຢູ່​ອົງການ​ໄອ​ຍະ​ການ​ທະຫານ​ພາກ​ໃຕ້. ໃນ​ນີ້ ເລື່ອນ​ຊັ້ນ ຮ້ອຍ​ເອກ ຂື້ນ ພັນ​ຕີ ຈຳນວນ 04 ສະຫາຍ ແລະ ເລື່ອນ ​ທຽບ​ຊັ້ນ​ຮ້ອຍ​ເອກ ຂື້ນ ພັນ​ຕີ ຈຳນວນ 1 ສະຫາຍ, ເລື່ອນ​ທຽບ​ຊັ້ນ ຮ້ອຍ​ໂທ 03 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ອຳພອນ ສຸກ​ວິໄລ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ແຕ່​ລະ​ສະຫາຍ ເອົາໃຈໃສ່ ຄົ້ນຄວ້າ​ເຊື່ອມ​ຊຶມ ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ຕັ້ງ ໜ້າ​ປະຕິບັດ​ໜ້າທີ່​ວຽກ​ງານ ກໍ​ຄື​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ຍົກ​ສູງ​ຄວາມ​ຮັບຜິດຊອບ ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ ​ຕົນ​ເອງດ້ານ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຍົກ​ສູງ​ສະຕິ​ລະວັງ​ຕົວ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ຕາມ​ການຈັດຕັ້ງ​ຂັ້ນ​ເທີງ​ມອບ​ໝາຍ​ໃຫ້. ໂດຍ: ນາງ ສີ​ລິ​ຄານ ສີດາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ