ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ປະກາດ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້ ນາຍ​ທະຫານ ຢູ່ ສານ​ທະຫານ​ພາກ​ເໜືອ ແລະ ອົງການ​ໄອ​ຍະ​ການ​ທະຫານ​ພາກ​ເໜືອ
ເວລາອອກຂ່າວ: 2025-07-09 09:40:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1771 | ຄວາມນິຍົມ:



ວັນ​ທີ 3 ກໍລະກົດ 2025, ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ປະກາດ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ຢູ່ ສານ​ທະຫານ​ພາກ​ເໜືອ ແລະ ອົງການ​ໄອ​ຍະ​ການ​ທະຫານ​ພາກ​ເໜືອ ຢູ່​ທີ່​ຫ້ອງ​ປະຊຸມ​ຂອງ​ສານ​ທະຫານ​ພາກ​ເໜືອ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນເອກ ບຸນຄໍ້າ ສຸນັນທາ ຮອງ​ຫົວໜ້າ​ຫ້ອງການ ເມືອງ ກົມ​ໃຫຍ່​ການເມືອງກອງທັບ, ມີ​ຄະນະ​ພັກ-ຄະນະບັນຊາ, ພະແນກການ, ຂະແໜງ​ການ ພ້ອມ​​ດ້ວຍນາຍ​ທະຫານ ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸກ​ສາຄອນ ຈັນ​ຍາ​ຫານ ຮອງ​ຫົວໜ້າ​ພະ​ແນກ​ພະນັກ ງານ ຫ້ອງ​ການເມືອງກົມ ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງປ້ອງ​ ກັນ​ປະເທດ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ນາຍ​ທະຫານ ຢູ່​ສານ​ທະຫານ​ພາກ​ເໜືອ ແລະ ອົງການ​ໄອ​ຍະ​ການ​ທະຫານ​ພາກ​ເໜືອ ຈຳນວນ 11 ສະຫາຍ, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ນາຍ​ທະຫານ, ອີງ​ຕາມ​ການຄົ້ນ ຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ ເລື່ອນ​ຊັ້ນ ຮ້ອຍ​ເອກ ຂຶ້ນ ພັນ​ຕີ 9 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ຮອ້ຍ​ເອກ ຂຶ້ນ ພັນ​ຕີ 1 ສະຫາຍ; ພ້ອມ​ທັງ ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ ຈຳນວນ 1 ສະຫາຍ.     ສະຫາຍ ພັນ​ເອກ ບຸນ​ຄໍ້າ ສຸນັນທາ ໄດ້​ເນັ້ນ​ໜັກ​ໃຫ້​ແຕ່​ລະ​ສະຫາຍ ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ ດຸໝັ່ນ​ຊອກ​ຮູ້​ຄົ້ນຄວ້າ​ຮໍ່າຮຽນ, ຍົກ​ສູງ​ສະຕິ​ຄວາມ​ເປັນ​ຊາດ, ສະຕິ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບການ ​ມອບ​ໝາຍ, ມີ​ແບບແຜນ​ໃນ​ ການ​ດຳລົງ​ຊີວິດ​ທີ່​ປອດ​ໃສ​ຂາວ​ສະອາດ, ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ວິທະຍາສາດ, ສຸມ​ສະຕິ​ປັນຍາ​ວິຊາ​ສະເພາະ​ທີ່​ຮຽນ​ມາ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ກົມ​ກອງ, ປັບປຸງ​ລະ ບຽບ​ແບບແຜນ​ວິທີ​ເຮັດ​ວຽກ​ຢ່າງ​ມີ​ຫຼັກການ, ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ດີ​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ເກດ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ