ກອງພັນໃຫຍ່ 611 ເຊື່ອມຊຶມຄຳສັ່ງແນະນຳເພີ່ມເຕີມຂອງກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-07-09 09:40:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1814 | ຄວາມນິຍົມ: ![]()
ໃນວັນທີ 3 ກໍລະກົດ 2025, ກອງພັນໃຫຍ່ 611 ໄດ້ຈັດຕັ້ງເຊື່ອມຊຶມຄຳສັ່ງແນະນຳເພີ່ມເຕີມຂອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າອະ ນຸກຳມະການສ້າງຂະບວນການ ແລະ ດຳເນີນຊີວິດການເມືອງ ຕິດພັນກັບການປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວ ໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນ ຊາ, ອົງການ, ກົມກອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ອຸໄທ ຖະໜອມໃຈ ໄດ້ຜ່ານມະຕິຄຳສັ່ງຄຳສັງແນະນຳເພີ່ມເຕີມຂອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າອະນຸກຳມະການສ້າງຂະບວນການ ແລະ ດຳເນີນຊີວິດການເມືອງ ຕິດພັນກັບການປາ ຖະກະຖາວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ; ຈຸດປະ ສົງ ເພື່ອໂຄສະນາໃຫ້ພະນັກ ງານ, ສະມາຊິກພັກ, ນາຍ ແລະ ພົນທະຫານໃນທົ່ວກອງພັນໃຫຍ່ 611 ໄດ້ຮັບຮູ້ ແລະ ເຂົ້າໃຈຮໍ່າ ຮຽນປະຫວັດມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ ແລະ ທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ ໃຫ້ມີບັນ ຍາກາດຟົດຟື້ນຢ່າງຕໍ່ເນື່ອງ.
ໂດຍ: ພູວາ ເພຍຄຳໂງ່ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















