ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ກຸມພາ 2026

  

ກອງ​ພົນ​ທີ 2 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2025-07-09 09:38:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1879 | ຄວາມນິຍົມ:



   ໃນ​ວັນ​ທີ 4 ກໍລະກົດ 2025, ຢູ່​ທີ່​ກອງ​ພົນ​ທີ 2 ໄດ້​ປະກາດ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ ໃຫ້​ນາຍ​ທະຫານ​ອອກ​ການ ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ຈິດ ແກ້ວ​ໄຊ​ຍະ​ວົງ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ກອງ​ພົນ​ທີ 2, ພະແນກການ​ທີ່​ກ່ຽວຂ້ອງ ແລະ ນາຍ​ທະຫານ ທີ່​ອອກ​ການ​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ອຸ່ນ​ເຮືອນ ໄຊ​ທະລັງ​ສີ ຊ່ວຍ​ວຽກ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ກອງ​ພົນ​ທີ 2 ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດໃຫ້​ນາຍ​ທະຫານ​ອອກ​ການ ຮັບ​ເງິນນະ ໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ, ໂດຍ​ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ປະກັນ​ສັງຄົມ, ອີງ​ຕາມ​ຄຳ​ຮ້ອງຂອງຜູ້ ກ່ຽວ ແລະ ການ​ຄົ້ນຄວ້າ ແລະ ນຳ​ສະເໜີຂອງ​ກອງ​ພົນ​ທີ 2, ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຕົກລົງໃຫ້​ນາຍທະ ຫານ ອອກ​ການຮັບ​ເງິນນະໂຍ ບາຍ​ອຸດ​ໜູນ​ເທື່ອ​ດຽວ ຈຳນວນ 37 ສະຫາຍ ລວມ​ເງິນ​ທັງ​ໝົດ 2.418.758.769 ກີບ.    ສະຫາຍ ພັນ​ໂທ ສົມ​ຈິດ ແກ້​ວ ໄ​​ຊ​ຍະ​ວົງ ໄດ້​ຮຽກຮ້ອງ​ໃຫ້​ແຕ່​ລະ​ສະຫາຍສືບຕໍ່​ປະກອບສ່ວນ​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທ້ອງຖິ່ນ​ຂອງ​ຕົນ, ຮັກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ການ​ປະຕິວັດ, ນຳ​ເອົາ​ເງິນ​ອຸດ​ໜູນ​ທີ່​ໄດ້​ຮັບ​ໄປ​ໝູນ​ໃຊ້​ໃນ​ຄອບຄົວຢ່າງ​ຖືກຕ້ອງ ແລະ ເກີດ​ຜົນ​ປະໂຫຍດ​ສູງ​ສຸດ. ໂດຍ: ສຸວັນ​ໂນ ທະລັງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ