ຊາວໜຸ່ມກອງພັນໃຫຍ່ 703 ສະຫຼຸບວຽກງານກອງທຶນ ຮ່ວມພັດທະນາຊາວໜຸ່ມ ປະຈຳປີ 2024
ເວລາອອກຂ່າວ: 2025-07-09 09:37:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1785 | ຄວາມນິຍົມ: ![]()
ໃນວັນທີ 3 ກໍລະກົດ 2025, ຊາວໜຸ່ມກອງພັນໃຫຍ່ 703 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກອງທຶນຮ່ວມພັດທະນາຊາວໜຸ່ມ ປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແສງປະເສີດ ຄຳພູນວົງ ຫົວໜ້າພະແນກການເມືອງ ກອງ ພັນໃຫຍ່ 703, ມີຄະນະພັກ-ຄະ ນະບັນຊາ ພະແນກການ, ກອງ ພັນ ແລະ ຕະຫຼອດຮອດສະມາ ຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນເພັງ ດວງຈັນ ຫົວໜ້າຂະແໜງຊາວໜຸ່ມ ກອງພັນໃຫຍ່ 703 ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນປັນຜົນກອງທຶນຮ່ວມພັດທະນາຊາວໜຸ່ມກອງທັບ ປະຈຳປີ 2024 ໂດຍປະຕິບັດຕາມຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ແລະ ແຜນການສ້າງຕັ້ງກອງທຶນຮ່ວມພັດທະນາຊາວໜຸ່ມກອງທັບ ຂອງຫ້ອງການຊ່າວໜຸ່ມກອງທັບ ແລະ ຂໍ້ຕົກລົງ ວ່າດ້ວຍການເປີດນຳໃຊ້ ແລະ ມອບສິດຄຸ້ມຄອງ-ບໍລິຫານກອງທຶນໃຫ້ຫ້ອງການຊາວໜຸ່ມກອງທັບ ເປັນຜູ້ຮັບຜິດຊອບດຳ ເນີນການເຄື່ອນໄຫວຈັດຕັ້ງປະ ຕິບັດຢ່າງເປັນທາງການ; ຜ່ານການຈັດຕັ້ງປະຕິບັດ ແລະ ດຳ ເນີນການເຄື່ອນໄຫວວຽກງານຄຸ້ມຄອງ-ບໍລິຫານກອງທຶນ, ໂດຍການຊີ້ນຳໂດຍກົງຮອບດ້ານຂອງຄະນະພັກກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ຄະນະຮັບຜິດຊອບກອງທຶນແຕ່ລະຂັ້ນ ໄດ້ມີຫຼາຍອັນພົ້ນເດັ່ນ, ເຫັນໄດ້ຫຼາຍບົດ ບາດສຳຄັນຂອງການຈັດຕັ້ງ ກອງທຶນຮ່ວມພັດທະນາຊາວໜຸ່ມກອງທັບ ທີ່ມີຜົນປະໂຫຍດເຂົ້າສູ່ການດຳລົງຊີວິດຕົວຈິງຂອງພະນັກງານສະມາຊິກຊາວໜຸ່ມ ກໍຄື ສະມາຊິກກອງທຶນ; ສະມາຊິກຊາວໜຸ່ມກອງພັນໃຫຍ່ 703 ທີ່ເຂົ້າຮ່ວມກອງທຶນຮ່ວມພັດທະນາຊາວໜຸ່ມກອງທັບ ມີ 330 ສະຫາຍ, ມີຕົ້ນທຶນເງິນຝາກ 73.260.000 ກວ່າກີບ, ເງິນປັນຜົນໄດ້ 7.572.000 ກວ່່າກີບ; ໂອກາດດຽວກັນນີ້, ຍັງໄດ້ຜ່ານທິດທາງແຜນການ ປະຈຳປີ 2025 ແລະ ມອບເງິນປັນຜົນໃຫ້ໜ່ວຍຊ່າວໜຸ່ມແຕ່ລະໜ່ວຍ ຕື່ມອີກ.
ໂດຍ: ກອງສີ ຈັນເມືອງຊຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















