ພະແນກສະຫະພັນແມ່ຍິງ ກມທ ເຄື່ອນໄຫວຊຸກຍູ້ການປະຕິບັດຂໍ້ແຂ່ງຂັນ 3 ດີ ຢູ່ໜ່ວຍສະຫະພັນແມ່ຍິງ ກົມກວດກາກອງທັບ
ເວລາອອກຂ່າວ: 2025-07-09 09:13:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 995 | ຄວາມນິຍົມ: ![]()
ວັນທີ 8 ກໍລະກົດ 2025 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດຂໍ້ແຂ່ງຂັນ 3 ດີ ຢູ່ໜ່ວຍສະຫະພັນແມ່ຍິງ ກົມກວດກາກອງທັບ ນໍາໂດຍສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ວົງໄຊ ຄຳມຸງຄຸນ ຫົວໜ້າພະແນກຈັດຕັ້ງຄຸ້ມຄອງພະນັກງານກວດກາ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກົມກວດກາກອງທັບ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ວອນເພັດ ແພງສົມບັດ ເລຂາໜ່ວຍ ສະຫະພັນແມ່ຍິງ ກົມກວດກາກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີ ຜ່ານມາ, ເຊິ່ງຄະນະໜ່ວຍສະຫະພັນແມ່ຍິງ ໄດ້ປະສານສົມທົບ ກັບຄະນະພັກ-ຄະນະບັນຊາ ກົມກວດກາກອງທັບ ເອົາໃຈໃສ່ຊຸກຍູ້ປຸກລະດົມສະມາຊິກສະຫະພັນແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນໃນການຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືກອງທັບ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງ ມີແນວຄິດຫຼັກໝັ້ນ ຕໍ່ການນໍາພາຂອງພັກ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມສາມັກຄີເປັນປຶກແຜ່ນ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີຄວາມບຸກບືນເຮັດສຳເລັດໜ້າທີ່, ພາຍຫຼັງໄດ້ເຂົ້າຮ່ວມເປີດຂະບວນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ທີ່ ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຈັດຂຶ້ນແລ້ວ ໜ່ວຍສະຫະພັນແມ່ຍິງ ກົມກວດກາກອງທັບ ໄດ້ນໍາເອົາຄໍາຂວັນ “ພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໂດຍສະເພາະແມ່ນ 10 ແຜນງານ 29 ໂຄງການ ຂອງແຜນພັດທະນາສະຫະພັນແມ່ຍິງ ກົມໃຫຍ່ການເມືອງວາງອອກ ເອົາໃຈໃສ່ຊຸກຍູ້ເຂົ້າຮ່ວມຂະບວນການຕ່າງໆ ຂອງໜ່ວຍສະຫະພັນແມ່ຍິງ ກົມກວດກາກອງທັບ ຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ ໂດຍເລັ່ງໃສ່ ສ້າງແມ່ຍິງໃຫ້ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ໃຫ້ມີຜົນສໍາເລັດ. ໜ່ວຍສະຫະພັນແມ່ຍິງ ກົມກວດກາກອງທັບ ມີສະມາຊິກສະຫະພັນແມ່ຍິງ ທັງໝົດ 6 ສະຫາຍ. ຜ່ານການກວດກາຕີລາຄາປະເມີນຜົນການຈັດຕັ້ງການປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ມີດັ່ງນີ້: ພົນລະເມືອງດີ ຈໍານວນ 6 ສະຫາຍ ກວມເອົາ 100%, ພັດທະນາດີ ຈໍານວນ 6 ສະຫາຍ ກວມເອົາ 98%, ສ້າງຄອບຄົວດີ ຈໍານວນ 5 ສະຫາຍ ກວມເອົາ 97%, ບຸກຄົນ 3 ດີ ປະເພດ I ຈໍານວນ 6 ສະຫາຍ ກວມເອົາ 98%, ບຸກຄົນຕົວແບບ ຈໍານວນ 6 ສະຫາຍ ກວມເອົາ 97%, ກົມກອງນໍາພາ-ຊີ້ນໍາດີເດັ່ນ ຈໍານວນ 1 ກົມກອງ. ຈານນັ້ນ, ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງ ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນຕາມການມອບໝາຍຂອງກົມກອງ ແລະ ຂັ້ນເທິງ ໃຫ້ມີຫມາກຜົນດີ ແລະ ປະສົບຜົນສໍາເລັດຢາງຈົບງາມ.
ໂອກາດນີ້, ສະຫາຍ ພັນໂທ ວົງໄຊ ຄໍາມຸງຄຸນ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 3 ດີ, ພ້ອມທັງເອົາໃຈໃສ່ຈັດຕັ້ງເຊື່ອມຊຶມບັນດາຂໍ້ກຳນົດ, ກົດລະບຽບ, ພາລະບົດບາດ, ໜ້າທີ່ວຽກງານຂອງສະຫະພັນ ແມ່ຍິງຢ່າງຖືກຕ້ອງ ແລະ ເລິກເຊິ່ງ, ໃກ້ຊິດຕິດແທດກັບສະມາຊິກສະຫະພັນແມ່ຍິງ, ກຳສະພາບແນວຄິດ, ຍົກສູງຄຸນນະພາບການດໍາລົງຊີວິດແມ່ຍິງ ແນໃສ່ກໍາລັງແຮງຂອງແມ່ຍິງເຂົ້າຮ່ວມອົງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ-ແບບແຜນນໍາພາຂອງຄະນະສະຫະພັນແມ່ຍິງໃຫ້ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ, ຄະນະສະຫະພັນແມ່ຍິງ ຕ້ອງອອກແຮງເຝິກຝົນຫຼໍ່ຫຼອມຕົນເອງໃຫ້ໄປຕາມຈິນຕະນາການປ່ຽນແປງໃໝ່ ແກ້ໄຂແນວຄິດຄໍາພີຕາຍໂຕ, ໃຈນ້ອຍຄັບແຄບ-ອະຄະຕິ, ແນວຄິດຈົ່ງຈຽມບໍ່ກ້າຫານ, ເປັນເຈົ້າການແກ້ໄຂສະກັດກັ້ນປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນ, ຍົກສູງລະ ດັບຄວາມຮູ້ ຄວາມສາມາດ ເພື່ອສ້າງຕົນເອງໃຫ້ມີຄວາມກ້າວໜ້າ ແລະ ໄດ້ຮັບການໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ.
ໂດຍ: ຈອນນີ້ ອິນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















