ປະກາດການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຂັ້ນພະແນກການ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-07-09 09:10:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 944 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຂັ້ນພະແນກການ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະກົມ, ຫ້ອງການ, ກອງ,ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາຫຼ້າ ແສນນະເຂດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບກົມຄົ້ນຄວ້າສັງລວມ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນໂທ ພົມມີ ຈັນທະວອນ ເປັນຫົວໜ້າພະແນກຂາເຂົ້າ-ຂາອອກ, ສະຫາຍ ພັນໂທ ນາງ ບົວທອງ ໄຊຍະແສງ ເປັນຫົວໜ້າພະແນກຄຸ້ມຄອງເອກະສານ, ສະຫາຍ ພັນໂທ ນາງ ຂັນພອນ ພົມມະສອນ ເປັນຮອງຫົວໜ້າພະແນກຄຸ້ມຄອງເອກະສານ, ສະຫາຍ ພັນໂທ ຫົງເພັດ ພົມມະຈັກ ເປັນຮອງຫົວໜ້າພະແນກໄອທີ, ສະຫາຍ ພັນຕີ ທິບພະຈັນ ທະນະເມືອງ ເປັນຮອງຫົວໜ້າພະແນກແຜນການ-ບໍລິຫານ, ສະຫາຍ ພັນຕີ ວິລະກອນ ສິດສຸວົງ ເປັນຮອງຫົວໜ້າພະແນກແກ້ໄຂຂ່າວ ແລະ ສະຫາຍ ພັນຕີ ທະນົງໄຊ ວັນເພັງ ເປັນຮອງຫົວໜ້າພະແນກສະຫຼຸບສັງລວມຮອບດ້ານ; ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກຄົ້ນຄວ້າສັງລວມ ແລະ ແຜນການ ຂຶ້ນກັບກົມພົວພັນຕ່າງປະເທດ ໃນນີ້ , ແຕ່ງຕັ້ງ ສະຫາຍ ພັນໂທ ທະວີເດດ ສະແຫວງວິໄລ ເປັນຮອງຫົວໜ້າພະແນກຄົ້ນຄວ້າສັງລວມ ແລະ ແຜນການ ກົມພົວພັນຕ່າງປະເທດ; ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການຂຶ້ນກັບຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນໂທ ນາງ ອໍາມະລາ ຄໍາບຸນເຮືອງ ເປັນຫົວໜ້າພະແນກສະຫະພັນແມ່ຍິງ, ສະຫາຍ ພັນຕີ ດອກແກ້ວ ຄໍາວົງຊາວ ເປັນຮອງຫົວໜ້າພະແນກນະໂຍບາຍ, ສະຫາຍ ຮ້ອຍເອກ ນາງ ນ້ອຍລາວັນ ບຸນທະສຸກ ເປັນຮອງຫົວໜ້າພະແນກສະຫະພັນແມ່ຍິງ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງເລຂາສະເພາະ ລັດຖະມົນຕີກະຊວງປ້ອງກັນປະເທດ ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມພວງ ສຸກພາວັນ ແລະ ສະຫາຍ ພັນໂທ ວິໄລຄໍາ ຈັນທະມາລາ ເປັນເລຂາສະເພາະ ລັດຖະມົນຕີກະຊວງປ້ອງກັນປະເທດ.
ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ພ້ອມທັງ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ໜັກແໜ້ນ ເຂັ້ມແຂງ, ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ມີແບບແຜນວິທີເຮັດວຽກ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ເປັນແບບຢ່າງທີ່ດີ, ມີຄວາມສາມັກຄີ, ມີຄຸນສົມບັດສິນທໍາປະຕິວັດ ແລະ ພ້ອມກັນເຮັດສຳເລັດໜ້າຂອງຕົນຢ່າງຕັ້ງໜ້າ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















