ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ກອງບັນຊາການທະຫານແຂວງບໍລິຄຳໄຊ ປີດອົບຮົມວຽກງານອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ຊຸດທີ lV ສົກຮຽນ 2024-2025
ເວລາອອກຂ່າວ: 2025-07-08 13:38:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1446 | ຄວາມນິຍົມ:



ວັນທີ 3 ກໍລະກົດ 2025 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ປີດຊຸດອົບຮົມ ວຽກງານອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ຊຸດທີ lV ລະບົບ 10 ເດືອນ ສົກຮຽນ 2024-2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າການເມືອງ, ສະຫາຍ ພັນເອກ ດາວພະຫັດ ພຸມສະຫວ່າງວີ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີຄະນະຫ້ອງ, ພະແນກການກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ອຸ່ນຄຳ ປັນທະວີຄູນ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບການຮຽນ-ການສອນ ວຽກງານອຸປະໂພກ-ບໍລິໂພກ ໂດຍປະຕິບັດຕາມແຜນການອົບຮົມ ຂອງກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການປິດຊຸດອົບຮົມວິຊາສະເພາະອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ຊຸດທີ lV ລະບົບ 10 ເດືອນ ສົກຮຽນ 2024-2025, ໃນການຈັດຕັ້ງປະຕິບັດການອົບຮົມ-ວຽກງານອຸປະໂພກ-ບໍລິໂພກ ເພື່ອກໍ່ສ້າງນາຍ ແລະ ພົນທະຫານຜູ້ທີ່ບໍ່ທັນໄດ້ຜ່ານການຮໍ່າຮຽນວິຊາສະເພາະອຸປະໂພກ-ບໍລິໂພກ ປະກອບໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນທົ່ວກອງທັບ. ຊຸດອົບຮົມຄັ້ງນີ້, ມີນັກຮຽນຈາກກໍາລັງຫຼວງ ແລະ ກຳລັງທ້ອງຖິ່ນ ເຂົ້າຮ່ວມ 72 ສະຫາຍ, ຍິງ 19 ສະຫາຍ ສາມາດສະຫຼຸບ ແລະ ຕິລາຄາໄດ້ດັ່ງນີ້: ກໍານົດເວລາອົບຮົມຕົວຈິງທັງໝົດ 170 ວັນ ເທົ່າກັບ 850 ຊົ່ວໂມງ, ຂຶ້ນຫ້ອງ 843 ຊົ່ວໂມງ, ພາກສະໝາມ 7 ຊົ່ວໂມງ, ພາກການເມືອງ ເກັ່ງ 10 ສະຫາຍ, ກາງ 62 ສະຫາຍ ເທົ່າກັບ 86,1% ພາກການທະຫານ ເກັ່ງ 10 ສະຫາຍ, ກາງ 54 ສະຫາຍ ເທົ່າກັບ 75,7%; ພາກອຸປະໂພກ-ບໍລິໂພກ ເກັ່ງ 15 ສະຫາຍ, ກາງ 43 ສະຫາຍ ເທົ່າກັບ 59,7%. ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາຫ້ອງພະລາທິການ ແລະ ຄະນະຮັບຜິດຊອບ ຄູ-ອາຈານ ທີ່ໄດ້ພ້ອມກັນເຮັດໃຫ້ຊຸດອົບຮົມຄັ້ງນີ້ ໄດ້ຮັບໝາກຜົນຢ່າງຈົບງາມ, ສຳເລັດຕາມລະດັບຄາດໝາຍ. ພ້ອມທັງ ຮຽກຮ້ອງໃຫ້ນັກຮຽນ ຈົ່ງນໍາເອົາຄວາມຮູ້ຈາກບົດຮຽນທີ່ ຄູ-ອາຈານໄດ້ສິດສອນໃຫ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ ແລະ ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ສືບຕໍ່ເຝິກຝົນຫຼໍ່ຫຼອດຕົນເອງທາງດ້ານຄູນທາດການເມືອງຄຸນສົມບັດສິນທຳປະຕິວັດ, ຍົກສູງສະຕິຕໍ່ການຈັດຕັ້ງ, ເປັນແບບຢ່າງທີ່ດີ ໃນການຈັດປະຕິບັດມະຕິຕ່າງໆ ຂອງຂັ້ນເທິງ ແລະ ຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ. ໂດຍ: ວັນ ນ້ອຍວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ