ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl (ຮອບທີ 2) ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ເວລາອອກຂ່າວ: 2025-07-08 13:36:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1510 | ຄວາມນິຍົມ: ![]()
ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl (ຮອບທີ 2) ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອໍານວນການ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 645, ສານທະຫານພາກໃຕ້, ໄອຍະການທະຫານພາກໃຕ້, ໂຮງໝໍ ບໍລິເວນ 106, ສາງນໍ້າມັນ ເລກ 8, ໂຮງງານປະສານເຫຼົ່າພາກໃຕ້, ສາງ ອ 8 ແລະ ມີໜ່ວຍງານຈາກກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງທິິດທາງແຜນການໃນຕໍ່ໜ້າ ຂອງຄະນະພັກກະຊວງປ້ອງກັນປະເທດ, ຮ່າງບົດສຳຫຼວດການນໍາພາລວມ, ການປະກອບຄຳຄິດ ເຫັນໃສ່ຮ່າງບົດລາຍງານເມືອງ ແລະ ຮ່າງບົດສຳຫຼວດການນໍາພາລວມ, ຜ່ານຮ່າງນິຕິກຳການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສະບັບປັບປຸງ ແລະ ຜ່ານມາດຖານເງື່ອນໄຂບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ, ຄະນະປະຈໍາ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ມີຄໍາເຫັນແນະນໍາຫຼາຍບັນຫາສຳຄັນ ເພື່ອເປັນທິດນຳໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຈົ່ງເລືອກເອົາຜູ້ທີ່ມີຜົນງານດີເດັ່ນ, ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອເຂົ້າມານຳພາ-ຊີ້ນໍາວຽກງານພັກ, ວຽກງານການເມືອງໃຫ້ເຕີບໃຫຍ່ ເຂັ້ມແຂງ, ນຳ ພາກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2) ແລະ ປ່ອນບັດທາບທາມ ເອົາເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ ຄະນະພັກກະຊວງປ້ອງກັນປະເທດ ສຳເລັດຕາມແຜນການ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















