ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ເປີດ​ການ​ຮຽນ-ການ​ສອນ​ພາສາ​ລາວ ໃຫ້​ພະນັກງານ​ກອງ​ພົນ 355 ທະຫານ​ເຂດ II ກອງທັບ​ປະຊາຊົນ​ຫວຽດນາມ
ເວລາອອກຂ່າວ: 2025-07-08 08:57:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1260 | ຄວາມນິຍົມ:



ວັນ​ທີ 3 ກໍລະກົດ 2025 ນີ້, ກອງ​ພົນ​ທີ 3 ໄດ້​ເປີດ​ການ​ຮຽນ-ການ​ສອນ​ພາສາ​ລາວ ໄລຍະ​ສັ້ນໃຫ້​ພະນັກງານ ກອງ​ພົນ 355 ທະຫານ​ເຂດ II ກອງທັບ​ປະຊາຊົນ​ຫວຽດນາມ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ​ປອ ສະເຫຼີມ ໄຊ​ສົມ​ພອນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3, ມີ​ຄະນະ​ຫ້ອງ, ພະແນກການ​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ ກອງພັນ 407 ຕະຫຼອດ​ຮອດ​ຄະນະ​ຮັບຜິດຊອບ, ຄູ-ອາຈານ ແລະ ພະນັກງານ ທີ່​ມາ​ຈາກ​ກອງ​ພົນ 355 ທະຫານ​ເຂດ II ກອງທັບ​ປະຊາຊົນ​ຫວຽດນາມ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພີ ຫົງ​ສາຄອນ ຫົວໜ້າ​ພະ​ແນກ​ພົວພັນ​ຕ່າງປະເທດ ກອງ​ພົນ​ທີ 3 ໄດ້​ຜ່ານ​ແຜນການ ການ​ຮຽນ-ການ​ສອນ​ພາສາ​ລາວ ໄລຍະ​ສັ້ນ ປະຈຳ​ປີ 2025 ໃຫ້​ພະນັກງານ​ກອງ​ພົນ355 ທະຫານ​ເຂດ II ກອງທັບ​ປະຊາຊົນ​ຫວຽດນາມ ເຊິ່ງ​ປະກອບ​ມີ​ເນື້ອ​ໃນ​ຫັດ​ອ່ານ, ຫັດ​ຂຽນ​ພະຍັນຊະນະ​ພາສາ​ລາວ, ສະຫຼະ, ວັນນະຍຸດ, ການ​ປະສົມ​ສະຫຼະ, ພະຍັນຊະນະ, ການສ້າງ​ປະໂຫຍກ, ການ​ສົນທະນາ​ແລກປ່ຽນ, ການ​ນັບ​ເລກ, ຄວາມ​ຮູ້​ທົ່ວ​ໄປ ແລະ ຊື່​ປະເພດ​ອາຫານ. ການ​ຮຽນ-ການ​ສອນ​ໃນ​ຄັ້ງ​ນີ້​ຈະ​ດຳເນີນ​ໄປ​ເປັນ​ເວລາ 66 ວັນ ຈຶ່ງ​ຈະ​ສຳເລັດ​ຕາມ​ແຜນການ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ​ປອ ສະເຫຼີມ ໄຊ​ສົມ​ພອນ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນ ໃຫ້​ຍົກ​ສູງ​ຄວາມ​ຮັບຜິດຊອບ, ປະຕິບັດ​ໂມງ​ເວລາ​ການ​ຂຶ້ນ​ຫ້ອງ-ລົງ​ຫ້ອງ, ປະຕິບັດ​ຫຼັກສູດ​ການ​ຮຽນ-ການ​ສອນ ໃຫ້​ຖືກຕ້ອງ​ຕາມ​ເນື້ອ​ໃນ​ແຜນການ​ທີ​ກຳນົດ​ໄວ້, ປະຕິບັດ​ຂໍ້​ກຳນົດ, ກົດ​ລະ ບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ ເພື່ອ​ເຮັດ​ໃຫ້ການ​ຮຽນ-ການ​ສອນ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ ສຳເລັດ​ລົງ​ດ້ວຍ​ໝາກຜົນ​ອັນ​ຈົບງາມ. ໂດຍ: ຄຳ​ຜູຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ