ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ປະກາດ​ການ​ສ້າງຕັ້ງ​ຫົວໜ່ວຍ​ງົບປະມານ​ເອກະລາດ ກອງຮ້ອຍ​ສ້ອມແປງ​ປະສົມ
ເວລາອອກຂ່າວ: 2025-07-08 08:53:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1320 | ຄວາມນິຍົມ:



ພິທີ​ປະກາດ​ສ້າງຕັ້ງ​ຫົວໜ່ວຍ​ງົບປະມານ​ເອກະລາດ ກອງຮ້ອຍ​ສ້ອມແປງ​ປະສົມ ພະ​ແນກ​ເຕັກນິກ ກອງພັນ​ໃຫຍ່ 11 ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ ມິຖຸນາ 2025 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ຄຳ​ສາຍ ມົນ​ດວງ​ສິງ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 11, ມີ​ສະຫາຍ ພັນ​ເອກ ສົມ​ແພງ ແກ້ວ​ສີ​ລາ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 11, ມີ​ຄະນະ​ພັກ-ຄະນະ​ບັນຊາ​ພະແນກການ, ຂະແໜງການ​ທີ່​ກ່ຽວຂ້ອງພ້ອມ​ດ້ວຍຄະນະ​ກອງຮ້ອຍ​ສ້ອມແປງ​ປະສົມ ແລະ ພະນັກງານ​ວິຊາ​ສະເພາະ ການເງິນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸ​ວັນນີ ວໍລະ​ສິງ ຫົວໜ້າ​ຂະແໜງການ​ເງິນ ກອງພັນ​ໃຫຍ່ 11 ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ສ້າງຕັ້ງຫົວໜ່ວຍ​ງົບປະມານ​ເອກະລາດ​ຂອງ​ກອງຮ້ອຍ​ສ້ອມແປງ​ປະສົມ ພະ​ແນກ​ເຕັກນິກ ກອງພັນໃຫຍ່ 11, ອີງ​ຕາມ​ຂໍ້​ຕົກລົງ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ອີງ​ຕາມ​ແຜນ​ຍຸດ​ທະ​ສາດ​ປັບປຸງ​ກໍ່ສ້າງ​ກຳລັງ ຂອງ​ກອງທັບ​ປະຊາຊົນ​ລາວ ແຕ່​ປີ 2021- 2025 ແນ່​ໃສ່​ເພື່ອປັບປຸງ ​ກອງພັນ​ໃຫຍ່ 11 ໃຫ້ກາຍເປັນ​ກົມ​ກອງ​ແບບແຜນ​ທັນ​ສະ​ໄໜ, ອີງ​ຕາມທິດ​ຊີ້​ນຳ ຂອງ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 11 ຄັ້ງ​ວັນ​ທີ 29 ພຶດສະພາ 2025. ກອງພັນ​ໃຫຍ່ 11 ຕົກລົງ: ສ້າງຕັ້ງ​ຫົວໜ່ວຍ​ງົບປະມານ​ເອກະລາດ ຂອງ​ກອງຮ້ອຍ​ສ້ອມແປງ​ປະສົມ (ຕົວ​ຫຍໍ້ ​ສປສ), ລະ ບອບ​ເງິນ​ນະໂຍບາຍ​ແມ່ນ​ປະຕິບັດ​ຕາມ​ໜ້າທີ່ ຂອງ​ໂຄງ​ປະກອບ​ການຈັດຕັ້ງ, ຕຳແໜ່ງ​ງານ​ຂອງ​ກອງຮ້ອຍ​ສ້ອມແປງ​ປະສົມ​ທີ່​ກົມ​ໃຫຍ່​ເສນາ​ທິ​ການ​ອະນຸມັດ, ການຈັດຕັ້ງ​ປະຕິບັດ ນັບ​ແຕ່​ເງິນເດືອນ 9/2025 ເປັນຕົ້ນ​ໄປ. ໂດຍ: ປິ່ນ ຂຸນ​ພົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ