ກອງພັນໃຫຍ່ 605 ປະກາດການແຕ່ງຕັ້ງຊັບຊ້ອນໜ້າທີ່ວິຊາສະເພາະ ໃຫ້ພະນັກງານ
ເວລາອອກຂ່າວ: 2025-07-08 08:51:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1427 | ຄວາມນິຍົມ: ![]()
ວັນທີ 3 ກໍລະກົດ 2025 ນີ້, ກອງພັນໃຫຍ່ 605 ໄດ້ຈັດພິທີປະກາດການແຕ່ງຕັ້ງຊັບຊ້ອນໜ້າທີ່ວິຊາສະເພາະໃຫ້ພະນັກງານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງສອນ ທຳມະວົງ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 605 ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ ຄຸ້ມຄອງອາວຸດ-ກະສູນ ກອງພັນໃຫຍ່ 605, ແຕ່ງຕັ້ງ ຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານເຕັກນິກ ຂຶ້ນກັບກອງພັນໃຫຍ່ 605, ແລະ ຂໍ້ຕົກລົງຂອງກອງພັນໃຫຍ່605 ວ່າດ້ວຍການແຕ່ງຕັ້ງຊັບຊ້ອນໜ້າທີ່ວິຊາສະເພາະ ໃຫ້ພະນັກງານ. ໃນນັ້ນ ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ວອນໃຈ ວົງລໍຄຳ ເປັນຫົວໜ້າຂະແໜງຄຸ້ມຄອງອາວຸດ-ກະສູນ, ສະຫາຍ ພັນຕີ ຄຳຜາຍ ພຸດທະວົງ ເປັນຮອງຫົວໜ້າກອງພັນ ຮັບຜິດ
ຊອບວຽກງານເຕັກນິກ ກອງພັນທີ 3 ກອງພັນໃຫຍ່ 605, ສະຫາຍ ຮ້ອຍໂທ ມອນທາ ວິໄລວັນ ເປັນຊ່ວຍວຽກຂະແໜງຊ່າງແສງ ພະແນກເສນາທິການ, ສະຫາຍ ຮ້ອຍໂທ ນາງ ຈ່ອຍ ຫຼວງລາດ ເປັນນັກສາຍສື່ສານ ກອງພັນທີ 2, ສະຫາຍ ຮ້ອຍໂທ ນາງ ວັນມະນີ ສີສົມພອນ ເປັນນັກສາຍສື່ສານ ກອງພັນທີ 1, ສະຫາຍ ຮ້ອຍຕີ ຄຳຫຼ້າ ໄຊຍະລາດ ເປັນຫົວໜ້າໝູ່ 3 ໝວດ 1 ກອງຮ້ອຍສື່ສານ, ສະຫາຍ ຮ້ອຍຕີ ສອນ ວິໄລພອນ ເປັນຫົວໜ້າໝູ່ 3 ໝວດ 2 ກອງຮ້ອຍສື່ສານ ແທນ ສະຫາຍ ຮ້ອຍຕີ ຄຳຫຼ້າ ໄຊຍະລາດ, ສະຫາຍ ພັນຕີ ນາງ ປິດສະໄໝ ອິນທະວົງສາ ເປັນນັກສາຍສື່ສານ ກອງພັນນ້ອຍທີ 1 ແທນ ສະຫາຍ ຮ້ອຍເອກ ນາງ ພຸດສະດີ ປິ່ນສຸມັງ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ຮ້ອຍເອກ ວິໄລສັກ ຈັນທະພູມີ ເປັນຫົວໜ້າໝູ່ສື່ສານໝວດບັນ ຊາ ກອງພັນທີ 1 ແທນ ສະຫາຍ ຮ້ອຍເອກ ຄອນສະຫວັນ ໄລວັນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່.
ຂ່າວໂດຍ: ນາງ ໜູແດງ ລາດສະແກ້ວ
ພາບໂດຍ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















