ເຄື່ອນໄຫວປະເມີນແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2025-07-08 08:47:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1171 | ຄວາມນິຍົມ: ![]()
ວັນທີ 2 ກໍລະກົດ 2025, ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບ ໄດ້ສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ຂອງໜ່ວຍພັກ ຫໍພິພິທະພັນປະຫວັດສາດກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ.
ສະຫາຍ ພັນໂທ ສີສຸມັງ ມີໄຊຜົນ ເລຂາໜ່ວຍພັກ, ຫົວໜ້າອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຜ່ານບົດສະຫຼຸບການຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປີທີ່ຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026; ຄະນະພັກ-ຄະນະບັນຊາກອງຫໍພິພິທະພັນປະຫວັດສາດກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ມີການຈັດຕັ້ງຜັນຂະຫຍາຍແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຫັນເປັນມະຕິ, ເປັນແຜນການອັນລະອຽດ, ດຳເນີນການຊຸກຍູ້ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ; ໃນໄລຍະ 1 ປີຜ່ານມາ, ສາມາດຄັດເລືອກໄດ້ສະມາຊິກພັກແຂງ 45 ສະຫາຍ, ຍິງ 27 ສະຫາຍ, ຕີລາ ຄາແບ່ງປະເພດຄຸນນະພາບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ປະເພດແຂງ.
ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ໄດ້ເນັ້ນໜັກໃຫ້ສືບຕໍ່ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີປະສິດທິພາບທັງດ້ານປະລິມານ ແລະ ຄຸນນະພາບ, ເອົາ ໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ວຽງແກ້ວ ສິວົງວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















