ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ມອບ-ຮັບ ເວັບໄຊ ລະຫວ່າງ ກອງບັນນາທິການໜັງສືພິມກອງທັບ ແລະ ວິທະຍາຄານການແພດກອງທັບ
ເວລາອອກຂ່າວ: 2025-07-04 14:35:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1222 | ຄວາມນິຍົມ:



ວັນທີ 4 ກໍລະກົດ 2025 ນີ້, ຢູ່ທີ່ ວິທະຍາຄານການແພດກອງທັບ ໄດ້ຈັດພິທີ ມອບ-ຮັບ ເວັບໄຊ (www.mma.edu.la) ລະຫວ່າງ ກອງບັນນາທິການໜັງສືພິມກອງທັບ ກັບ ວິທະຍາຄານການແພດກອງທັບ, ໂດຍການກ່າວມອບ ຂອງສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການ ໜັງສືພິມກອງທັບ ພ້ອມຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ປອ ຈັນພອນ ພົນຫາວົງ ຮອງອຳນວຍການ, ຫົວໜ້າຫ້ອງວິທະຍາສາດ ວິທະຍາຄານການແພດກອງທັບ, ໂດຍມີ ສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ ວິທະຍາຄານການແພດກອງທັບ ແລະ ນັກວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ. ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ໃຫ້ຮູ້ວ່າ: ໂດຍອີງຕາມ ໜັງສືເຊີນ ຂອງວິທະຍາຄານການແພດກອງທັບ ໃຫ້ກອງບັນນາທິການໜັງສືພິມກອງທັບ ຊ່ວຍສ້າງເວັບໄຊໃຫ້ວິທະຍາຄານການແພດກອງທັບ. ດັ່ງນັ້ນ, ກອງບັນນາທິການ ໜັງສືພິມກອງທັບ ຈຶ່ງໄດ້ສົ່ງນັກວິຊາການມາຊ່ວຍສ້າງເວັບໄຊ ເປັນໄລຍະເວລາ 3 ເດືອນ. ການສ້າງເວັບໄຊ (www.mma.edu.la) ແມ່ນມີຄວາມສຳຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງ ເຊິ່ງເປັນເສນາທິການໃຫ້ແກ່ກົມກອງ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ເປັນແຫຼ່ງຄົ້ນຄວ້າວິທະຍາສາດ, ອົບຮົມກໍ່ສ້າງ, ເປັນຖານຂໍ້ມູນ ເພື່ອໃຫ້ນັກຮຽນຮູ້ປັນຍາຊົນ, ນັກສຶກສາ ແລະ ສັງຄົມ ໄດ້ຮັບຮູ້ຂໍ້ມູນຂ່າວສານຕ່າງໆ ເປັນຕົ້ນແມ່ນການເຄື່ອນໄຫວ, ວຽກງານການວິໄຈ, ວຽກງານການສິດສອນຕ່າງໆ ຂອງວິທະຍາຄານການແພດກອງທັບ ເຊິ່ງໃນເວັບໄຊປະກອບມີ 10 ພາກສ່ວນໃຫຍ່ ຄື: ໜ້າທຳອິດ, ຂ່າວ, ແຈ້ງການ, ອົບຮົມກໍ່ສ້າງ, ຄົ້ນຄວ້າວິທະຍາສາດ, ຫໍສະໝຸດ, ກ່ຽວກັບພວກເຮົາ, ຕິດຕໍ່ພວກເຮົາ, ຂໍ້ມູນນັກສຶກສາ ແລະ ການຄົ້ນຫາ. ຈາກນັ້ນ, ໃນພິທີ ໄດ້ລົງນາມບົດບັນທຶກ ມອບ-ຮັບ ການສ້າງ ແລະ ນຳໃຊ້ເວັບໄຊ ລະຫວ່າງ ກອງບັນນາທິການ ໜັງສືພິມກອງທັບ ແລະ ວິທະຍາຄານການແພດກອງທັບ ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ ມະຫາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈຢ່າງສູງ ຕໍ່ຄະນະກອງບັນນາທິການ ໜັງສືພິມກອງທັບ ແລະ ວິຊາການທີ່ໄດ້ສ້າງເວັບໄຊໃຫ້ວິທະຍາຄານການແພດກອງທັບ ພ້ອມທັງເນັ້ນໜັກໃຫ້ຜູ້ຮັບຜິດຊອບ ຈົ່ງຍົກສູງຄວາມເປັນເຈົ້າການ, ຄຸ້ມຄອງ, ຮັກສາ ເພື່ອໃຫ້ນຳໃຊ້ໄດ້ຍາວນານ, ເປັນກະບອກສຽງໃຫ້ແກ່ການໂຄສະນາຂໍ້ມູນ, ຂ່າວສານຕ່າງໆ ຂອງກົມກອງ ກໍຄືຂອງວິທະຍາຄານການແພດກອງທັບ ໃຫ້ກວ້າງຂວາງ ສົມທົບແໜ້ນກັບຄະນະນຳ ເພື່ອໃຫ້ມີຄວາມຖືກຕ້ອງຊັດເຈນ, ນຳເອົາຂໍ້ມູນຂ່າວສານທີ່ເປັນປະໂຫຍດ ລົງໃນເວັບໄຊ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ປັນຍາຊົນຜູ້ຊອກຮູ້ຮໍ່າຮຽນ. ໂດຍ: ອາຄົມ ສີພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ