
ເຫັນທະຫານແລ້ວອຸ່ນໃຈ, ໄປທາງໃດມີແຕ່ຄົນຮັກແພງ ຍ້ອງຍໍ ໃຫ້ຄວາມເມດຕາ ທັງທີ່ບໍ່ຮູ້ຈັກກັນ
ເວລາອອກຂ່າວ: 2025-07-04 12:14:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1598 | ຄວາມນິຍົມ:
ໃຜໆ ກໍເຫັນໄດ້ເຖິງຄວາມສຳຄັນ ແລະ ພາລະບົດບາດ ຂອງກຳລັງປ້ອງກັນຊາດ (ທະຫານ), ເພາະນອກຈາກຈະຈັບປືນຍືນປົກປ້ອງຜືນແຜ່ນດິນອັນແສນຮັກຂອງພວກເຮົາແລ້ວ, ທະຫານຍັງເປັນທຸກຢ່າງນຳໜ້າທຸກຂະບວນການໃນການສ້າງສາພັດທະນາປະເທດຊາດ, ມີທະຫານບ່ອນໃດ ທີ່ນັ້ນມີຄວາມອຸ່ນໃຈ, ມີທະຫານບ່ອນໃດ ທີ່ນັ້ນມີຄວາມປອດໄພ, ມີນ້ຳໃຈໂອບເອື້ອອາລີ, ໄປທາງໃດກໍມີແຕ່ຄົນຮັກແພງ ຍ້ອງຍໍສັນລະເສີນ ໃຫ້ຄວາມເມດຕາ ທັງທີ່ບໍ່ຮູ້ຈັກກັນ, ແຕ່ພັດກົງກັນຂ້າມໃນຫາງສຽງຂອງສັງຄົມ ທີ່ມັກຈະນິນທາຈົ່ມວ່າ: ເງິນເດືອນຂອງທະຫານໜ້ອຍ? ບໍ່ພໍໃຊ້ ເມື່ອທຽບໃສ່ຄ່າຄອງຊີບໃນຍຸກປັດຈຸບັນ ຄວນຍົກສູງຕື່ມ ໃຫ້ສົມເຫດສົມຜົນ.
ແນ່ນອນວ່າ ບໍ່ສະເພາະແຕ່ໃນຂົງເຂດກຳລັງປ້ອງກັນຊາດເທົ່ານັ້ນ ທີ່ໄດ້ຮັບຜົນກະທົບຈາກວິກິດການທາງການເງິນ ຂົງເຂດອື່ນໆ ກໍໄດ້ຮັບຜົນກະທົບຄືກັນ, ອັນເນື່ອງມາຈາກສະພາບການ ຂອງສາກົນ ແລະ ພາກພື້ນໄດ້ຜັນແປຢ່າງສັບສົນ, ບໍ່ວ່າຈະເປັນການປະທະກັນທາງດ້ານສົງຄາມ, ທາງດ້ານເສດຖະກິດ,ພະຍາດລະບາດ ລວມເຖິງໄພພິບັດທາງທຳມະຊາດ ເຮັດໃຫ້ທຸກຢ່າງມີການເໜັງຕີງ ສຳລັບ ສປປ ລາວ ພັກ-ລັດຖະບານ ໄດ້ພະຍາຍາມຢ່າງສຸດຂີດໃນແກ້ໄຂບັນຫາອັນເຄັ່ງຮ້ອນ ໂດຍສະເພາະບັນຫາປາກທ້ອງ ຂອງປະຊາຊົນ ໃຫ້ກັບມາຄືນສູ່ປົກກະຕິໂດຍໄວເທົ່າທີ່ຈະເຮັດໄດ້.
ໃນຖັນແຖວກອງທັບ, ເຊື່ອວ່າສ່ວນຫຼາຍແລ້ວ ພະນັກງານ-ນັກຮົບ ເຂົ້າໃຈດີຕໍ່ບັນຫາເສດຖະກິດໃນສະພາບການປັດຈຸບັນ, ເຖິງວ່າຜູ້ອື່ນຈະເບິ່ງ ຫຼື ຄິດແນວໃດກໍຕາມ ຕໍ່ສະຖານະການເປັນຢູ່ຂອງກໍາລັງທະຫານ, ອາດຈະເບິ່ງວ່າເປັນອາຊີບທີ່ໝັ້ນຄົງ, ມີກຽດ ແຕ່ບໍ່ມີ...? ອັນນີ້, ຢາກໃຫ້ບັນດາທ່ານທັງຫຼາຍ ໄດ້ທົບທວນຄືນນຳກັນວ່າ: ເມື່ອເຮົາສະໝັກໃຈກ້າວເຂົ້າມາສູ່ກອງທັບແລ້ວ ປະໂຫຍກ ຫຼື ຄຳເວົ້າທີ່ມັກຈະໄດ້ຍິນ ແມ່ນຄຳວ່າ ເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ຄຳວ່າເສຍສະຫຼະ ຄືການເສຍສະຫຼະວຽກສວ່ນຕົວ ເພື່ອສວ່ນລວມ ແລະ ເຫັນຜົນປະໂຫຍດສ່ວນລວມຫຼາຍກວ່າສ່ວນຕົວ. ສະນັ້ນແລ້ວ, ເຖິງວ່າ ເງິນເດືອນຈະບໍ່ຫຼາຍ ແຕ່ວ່າ ເຮົາຮູ້ຈັກປະຢັດອົດອອມ, ບໍ່ຟູມເຟືອຍ, ມີການວາງແຜນ, ຮູ້ໝູນໃຊ້ຢ່າງຮອບຂອບ ພ້ອມທັງປະຕິບັດຕາມທິດນຳຂອງຂັ້ນເທິງ ກໍຄືວຽກງານ 4 ປູກ 4 ລ້ຽງຢ່າງຖືກຕ້ອງ ແລະ ເໝາະສົມ ເຊື່ອວ່າທຸກຢ່າງກໍຄົງຕົວ ອີກຢ່າງໜຶ່ງເວລາຄອບຄົວເຈັບເປັນ ກອງທັບກໍມີນະໂຍບາຍສູງ ເອີ້ນໄດ້ວ່າ ໄດ້ໜ້ອຍແຕ່ຍາວນານໝັ້ນຄົງ ແລະ ທົ່ວເຖິງ.
ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈພ້ອມກັນອົດທົນຜ່ານຜ່າເອົາຊະນະແນວຄິດຫຍໍ້ທໍ້ ດັ່ງຄຳເວົ້າທີ່ວ່າ: ຍາມຊາດຍາກຈົນ ເຮົາທຸກຄົນຕ້ອງຊ່ວຍກັນ ແລະ ຢ່າສວຍໂອກາດຍາມຊາດວິກິດ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ