ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ປິດຮຽນກໍ່ສ້າງນາຍສິບ ຊຸດທີ VIII
ເວລາອອກຂ່າວ: 2025-07-04 11:57:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1224 | ຄວາມນິຍົມ:



ພິທີ ປິດຮຽນກໍ່ສ້າງນາຍສິບ ຊຸດທີ VIII ສົກຮຽນ 2024-2025 ຂອງໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ຄູ-ອາຈານ, ກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານ-ນັກຮົບ ແລະ ນັກຮຽນນາຍສິບ ເຂົ້າຮ່ວມ. ສະຫາຍ ພັນໂທ ພອນແກ້ວ ດາລາເພັດ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ໄດ້ຜ່ານສະຫຼຸບຜົນຂອງການຈັດຕັ້ງປະຕິບັດໂຄງການອົບຮົມ-ຫັດແອບນັກຮຽນນາຍສິບ ຊຸດທີ VIII ປະຈຳສົກ ຮຽນ 2024-2025. ເຊິ່ງຄະນະພັກ-ຄະນະອໍານວຍການໂຮງຮຽນ ໄດ້ເອົາໃຈໃສ່ໃກ້ຊິດຕິດແທດກັບນັກຮຽນຕົວຈິງ ຕະຫຼອດໄລຍະການສຶກສາຮໍ່າຮຽນ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນສຳຄັນ ຕິດພັນກັບກັບການນຳພາ-ຊີ້ນໍາ, ເອົາໃຈໃສ່ຄຸ້ມຄອງດ້ານລະບຽບແບບແຜນຢ່າງເຂັ້ມງວດ, ສິດສອນທາງດ້ານທິດສະດີຫຼັກການເປັນຈຸດໜັກ, ຖືເອົາການຫັດແອບຕົວຈິງເປັນສຳຄັນ ແລະ ເອົາການຄົ້ນຄວ້າທວນຄືນ, ສອບເສັງໃນແຕ່ລະວິຊາເປັນໄມ້ຫຼາວັດແທກຄວາມຮູ້ ຄວາມສາມາດ ສະແດງອອກໃນເວລາຫັດແອບຮໍ່າຮຽນ. ເຊິ່ງມີນັກຮຽນທັງໝົດ 107 ສະຫາຍ, ຮຽນ ແລະ ກວດກາສອບເສັງທັງໝົດ 18 ວິຊາ ໃນນັ້ນ, ເສັງຈົບຊັ້ນ ມີ 5 ວິຊາຄື: ວິຊາການເມືອງ ຂັ້ນເກັ່ງ 38 ສະຫາຍ ເທົ່າກັບ 35,18%, ຂັ້ນກາງ 65 ສະຫາຍ ເທົ່າກັບ 51,85%, ຄາດໝາຍ 13,01%; ວິຊາລະບຽບ ຂັ້ນເກັ່ງ 42 ສະຫາຍ ເທົ່າກັບ 38,88%, ຂັ້ນກາງ 55 ສະຫາຍ ເທົ່າກັບ 50,92%, ຄາດໝາຍ 10 ສະຫາຍ ເທົ່າກັບ 9,25%; ວິຊາ ສິລະປະຍຸດປືນຮາບ ຂັ້ນເກັ່ງ 43 ສະຫາຍ ເທົ່າກັບ 39,81%, ຂັ້ນກາງ 53 ສະຫາຍ ເທົ່າກັບ 49,07%, ຄາດໝາຍ 11 ສະຫາຍ ເທົ່າກັບ 10,18%; ວິຊາສິລະປະຍຸດປືນໃຫຍ່ແບກຫາບ ຂັ້ນເກັ່ງ 37 ສະຫາຍ ເທົ່າກັບ 34,25%, ຂັ້ນກາງ 57 ສະຫາຍ ເທົ່າກັບ 52,77%, ຄາດໝາຍ 13 ສະຫາຍ ເທົ່າກັບ 12,03%; ວິຊາຍຸດທະວິທີ ຂັ້ນເກັ່ງ 44 ສະຫາຍ ເທົ່າກັບ 30,74%, ຂັ້ນກາງ 51 ສະຫາຍ ເທົ່າກັບ 47,22%, ຄາດໝາຍ 12 ສະຫາຍ ເທົ່າກັບ 11,11%. ສະເລຍຜົນໄດ້ຮັບທັງໝົດ 88,13%. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການປະດັບຊັ້ນໃຫ້ນັກຮຽນນາຍສິບ ຊຸດທີ VIII ໃນນັ້ນ, ປະດັບຊັ້ນສິບເອກ 64 ສະຫາຍ ແລະ ມອບປະກາສະນີຍະບັດໃຫ້ນັກຮຽນນາຍສີບ ຊຸດທີ VIII ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດບັ້ນອົບຮົມໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ນຳເອົາບົດຮຽນ ທີ່ຄູ-ອາຈານຖ່າຍທອດໃຫ້ໄປໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ມີຜົນສຳເລັດ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄວາມຮູ້ ຄວາມສາມາດ, ນຳເອົາຄວາມຮູ້ພື້ນຖານດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ມີໃບໜ້າອັນໃໝ່ ເພື່ອສ້າງຕົນເອງໃຫ້ກາຍເປັນນາຍທະຫານຜູ້ສືບທອດທີ່ດີຂອງກອງທັບປະຊາຊົນລາວ ໃນອະນາຄົດ. ໂດຍ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ