ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ໜ່ວຍພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2024-2025
ເວລາອອກຂ່າວ: 2025-07-04 10:31:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1059 | ຄວາມນິຍົມ:



ວັນທີ 3 ກໍລະກົດ 2025 ນີ້, ໜ່ວຍພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2024-2025 ແລະ ວາງທິດທາງແຜນການ ປະຈໍາສົກ 2025-2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ກໍາມະການຄະນະປະຈໍາພັກກົມໃຫຍ່, ປະທານກວດກາພັກ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະກວດກາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ກົມມຫຍ່ພະລາທິການກອງທັບ, ມີຄະນະກວດກາ, ຄະນະໜ່ວຍພັກ, ຈຸພັກ ແລະ ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ເລຂາໜ່ວຍພັກ, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂະບວນກໍ່ສ້າງໜ່ວຍບພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2024-2025 ແລະ ທິດທາງແຜນການ ປະຈໍາສົກ 2025-2026, ໜ່ວຍພັກ ຫ້ອງການເມືອງ ເປັນໜ່ວຍພັກໜຶ່ງ ຢູ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຮອບດ້ານ ຈາກຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່ພະລາທິການກອງທັບ ກໍຄືກະຊວງປ້ອງກັນປະເທດ ທາງດ້ານວຽກງານພັກ-ວຽກງານການເມືອງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄວ້າ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ກໍຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມໂຄສະນາ-ປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງກອງທັບ ເຮັດໃຫ້ຖັນແຖວສະມາຊິກພັກ, ນັກຮົບ ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນລາວບັນດາເຜົ່າ, ປັດຈຸບັນພາຍໃນໜ່ວຍພັກ ຫ້ອງການເມືອງ ມີຈໍານວນສະມາຊິກພັກທັງໝົດ 31 ສະຫາຍ, ແບ່ງເປັນ 3 ຈຸພັກ, ຕີລາຄາການກໍ່ສ້າງພັກຕາມ 5 ເນື້ອໃນ, ສຸມໃສ່ປັບປຸງ ແລະ ກໍ່ສ້າງພັກທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນໍາພາ ແລະ ການນໍາພາປະຕິບັດໜ້າທີ່ການເມືອງຂອງກົມກອງ, ຜ່ານການຈັດຕັ້ງປະຕິບັດສາມາດຄັດເລືອກໄດ້ສະມາຊິກພັກແຂງ 30 ສະຫາຍ, ບໍ່ໄດ້ແບ່ງປະເພດ 1 ສະຫາຍ, ຄະແນນລວມສະເລ່ຍຂອງສະມາຊິກພັກແຕ່ລະສະຫາຍໄດ້ 9 ຂຶ້ນໄປ, ໜ່ວຍພັກບັນລຸຄະແນນລວມໄດ້ 9,7%, ນໍາສະເໜີຄະນະພັກຂັ້ນເທິງ ເພື່ອຄົ້ນຄວ້າ ແລະ ຢັ້ງຢືນຮັບຮອງເອົາໜ່ວຍພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2024-2025 ເປັນສະໄໝທີ IV ຕິດຕໍ່ກັນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ພ້ອມດ້ວຍພະນັກງານ, ສະມາຊິກພັກທຸກສະຫາຍ ຈົ່ງເອົາໃຈໃສ່ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາແນວຄິດເປັນກົກ, ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີພາຍໃນພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຂອງກອງທັບຢ່າງເຂັ້ມງວດ, ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນພັກ, ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາຊິກພັກ, ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາຂອງພັກ, ເພີ່ມທະວີວຽກງານປ້ອງກັນພັກ, ເດັດດ່ຽວຕ້ານການເສື່ອມຄຸນທາດການເມືອງພາຍໃນພັກ, ການກໍ່ສ້າງ, ປັບປຸງພັກຕ້ອງຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ທີ່ດີເດັ່ນ, ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ, ເດັດດ່ຽວເອົາຜູ້ເສື່ອມຄຸນປ່ຽນທາດອອກຈາກພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງພັກບໍ່ໃຫ້ຂາດ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ມີການສະຫຼຸບຖອດຖອນບົດຮຽນ, ພ້ອມທັງມີການສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງຢ່າງເປັນປະຈໍາ ແລະ ເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ