
ກອງພັນໃຫຍ່ 646 ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-07-04 09:10:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1211 | ຄວາມນິຍົມ:
ໃນວັນທີ 1 ກໍລະກົດ 2025 ນີ້, ກອງພັນໃຫຍ່ 646 ກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ອານູ ເພັດສຸດາວົງ ຫົວໜ້າການເມືອງ ກອງພັນໃຫຍ່ 646, ມີ ຄະນະພັກ-ຄະນະບັນຊາ 5 ພະແນກການ, ຂະແໜງການ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພັນໂທ ຄໍາພຸດ ພັນຜິວ ຫົວໜ້າພະແນກບໍລິຫານກອງພັນໃຫຍ່ 646 ໄດ້ຜ່ານບົດສະຫຼຸບວຽກງານໃນໄລຍະ 6 ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງກອງພັນໃຫຍ່ 646 ເປັນກົມກອງສ້າງຕັ້ງໃໝ່ ບົນເສັ້ນທາງວຽກງານໃນໄລຍະໃໝ່ ຂອງພັກ-ລັດ ກໍຄືຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 646 ໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ນຳພາ-ຊີ້ນຳ ພະນັກງານ-ນັກຮົບ ລົງກໍ່ສ້າງຮາກຖານການເມືອງ, ສ້າງຄວາມສາມັກຄີກັບຮາກຖານ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ. ກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ທິດທາງແຜນການວຽກງານໃນ 6 ເດືອນທ້າຍປີ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານຈຸດສຸມໃນຕໍ່ໜ້າມີໝາກຜົນສູງກວ່າເກົ່າ.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນ ຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ຕ້ອງເອົາໃຈໃສ່ໃນວຽກງານວິຊາສະເພາະ ຕິດພັນກັບວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເພື່ອສ້າງໃຫ້ກົມກອງ ມີຄວາມສະຫງົບໂດຍພື້ນຖານ ແລະ ເພື່ອປະຕິບັດວຽກງານໃນໄລຍະ 6 ເດືອນທ້າຍປີ ໃຫ້ມີຜົນງານອັນໃໝ່ໃຫຍ່ຫຼວງກວ່າເກົ່າ.
ໂດຍ: ທົງໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ