ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກະກຽມຄວາມພ້ອມໃນການຄັດເລືອກ, ຮັບເອົາຄູອາສາເຂົ້າເປັນກຳລັງທະຫານໃໝ່
ເວລາອອກຂ່າວ: 2025-07-04 09:07:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1275 | ຄວາມນິຍົມ:



ມີ ກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ການຄັດເລືອກ, ຮັບເອົາຄູອາສາທີ່ສອນຢູ່ເຂດຫາງໄກສອກຫຼີກເຂົ້າເປັນກຳລັງທະຫານໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຄະນະຮັບຜິດຊອບຈາກກະຊວງປ້ອງກັນປະເທດ ແລະກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄໍາ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານການກະກຽມຄວາມພ້ອມ, ວິທີການ, ເງື່ອນໄຂ ແລະ ຂັ້ນຕອນຄັດເລືອກຄູອາສາເຂົ້າມາເປັນກຳລັງທະຫານໃໝ່ ໃນໂກຕາຈຳນວນ 2.000 ຄົນ, ສຳລັບເງື່ອນໄຂຄູອາສາຜູ້ທີ່ຈະເຂົ້າເປັນກຳລັງປ້ອງກັນຊາດ ຕ້ອງເປັນຄົນລາວໂດຍກຳເນີດ, ມີປະກາສະນີຍະບັດຮຽນຈົບວິຊາຄູ, ເຄີຍເປັນຄູອາສາມາແລ້ວ ແລະ ຜ່ານການສິດສອນຕົວຈິງມາກ່ອນ, ມີອາຍຸ18-40 ປີ (ຫຼື ອາດບໍ່ກຳນົດ), ມີສຸຂະພາບແຂງແຮງ, ລວງສູງ 148 ຊັງຕີແມັດ ຂຶ້ນໄປ (ຫຼື ອາດບໍ່ມີກໍານົດ). ພາຍຫຼັງໄດ້ເຂົ້າສັງກັດຢູ່ໃນກຳລັງແລ້ວ ຈະໄດ້ຮັບນະໂຍບາຍຕ່າງໆ ຕາມລະບຽບການຂອງກອງທັບ. ຈາກນັ້ນ, ໃໃນກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄໍາຄິດເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້ເໝາະສົມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນງານໄດ້ຮັບໝາກຜົນອັນຈົບງາມ. ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ແຕ່ລະພາກສ່ວນ ຍົກສູງຄວາມຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນງານໃນຄັ້ງນີ້ ໄປຕາມວາລະທີ່ໄດ້ກໍານົດໄວ້ ແລະ ມີຜົນສໍາເລັດຕາມຈຸດປະສົງ. ໂດຍ: ນາງ ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ