ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກົມໃຫຍ່ການເມືອງກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2025
ເວລາອອກຂ່າວ: 2025-07-04 09:05:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 496 | ຄວາມນິຍົມ:



ໃນວັນທີ 3 ກໍລະກົດ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2025, ຜ່ານການຂຶ້ນຫ້ອງອົບຮົມຊຸດທີ 1 ແລະ ຊຸດທີ 2 ສາມາດເກັບກໍາຕີລາໄດ້ຄື : ຊຸດທີ 1 ມີພະນັກງານຫຼັກແຫຼ່ງແຕ່ຊັ້ນ ພັນຕີ-ພັນໂທ ຈຳນວນ 350 ສະຫາຍ, ກຳນົດເວລາ 4 ວັນ ແລະ ຊຸດທີ 2 ມີພະນັກງານຊັ້ນນາຍຮ້ອຍລົງຮອດພົນທະຫານ ມີຈຳນວນ 350 ສະຫາຍ, ກໍານົດເວລາດຳເນີນ 4 ວັນ, ຈຸດປະສົງເພື່ອເປັນການເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ນໍ້າໃຈຮັກຊາດຕໍ່ສູ້ບໍ່ຍອມຈຳນົນຂອງພະນັກງານ-ນັກຮົບໃຫ້ສູງສົ່ງຢູ່ສະເໝີ; ມີຄວາມຈົງຮັກພັກດີ, ເຊື່ອໝັ້ນຢ່າງຕາຍໃຈຕໍ່ແນວທາງ, ແຜນນະໂຍບາຍ ການນໍາພາຂອງພັກໃນແຕ່ລະໄລຍະ, ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ກຽມພ້ອມເຮັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບ ການມອບໝາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ມີຄໍາເຫັນໂອ້ລົມ ຫຼາຍບັນທີ່ສໍາຄັນ ພ້ອມທັງ, ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄູ-ອາຈານ ແລະ ນັກເຝິກອົບຮົມ ທີ່ໄດ້ພ້ອມກັນຕັ້ງໜ້າສຶກສາຮໍ່າຮຽນ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ ເຊິ່ງສະແດງເຖິງຄວາມເປັນເຈົ້າການ, ຄວາມຮັບຜິດຊອບໃນການຄຸ້ມຄອງ, ບັນຊາ, ຖ່າຍທອດຄວາມຮູ້ ຄວາມສາມາດຕ່າງໆ ຂອງຄູ-ອາຈານ ແລະ ນັກ ເຝິກອົບຮົມ ທີ່ຕັ້ງໜ້າ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ເຮັດໃຫ້ບັ້ນເຝິກ ອົບຮົມມີຜົນສໍາເລັດສູງ ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມ ຈົ່ງເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ ກໍຄືຂອງກົມ ກອງຢ່າງເຂັ້ມງວດ, ນໍາເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ, ມີແບບແຜນວິທີເຮັດວຽກກໍຄືແບບແຜນດໍາລົງຊີວິດໃຫ້ມີການພັດທະນາດີຂຶ້ນ ເພື່ອປະກອບສ່ວນສ້າງກອງທັບໃຫ້ມີແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ. ໂດຍ: ຈອນນີ້ ອິນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ