
ປະກາດການແຕ່ງຕັ້ງຮອງຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2025-07-03 15:40:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 473 | ຄວາມນິຍົມ:
ພິທີ ປະກາດການແຕ່ງຕັ້ງຮອງຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານພາຍໃນຫ້ອງການເມືອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸດາ ວໍລະສິງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກສະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມພະນັກງານ. ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ນາງ ຕຸລາວັນ ເພັງສະຫວັດ ເປັນຮອງຫົວໜ້າພະແນກສະພັນແມ່ຍິງຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ