ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ຄະນະຜູ້ແທນທາງການ ຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ ປິ່ນອ້ອມ
ເວລາອອກຂ່າວ: 2025-07-03 15:11:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 487 | ຄວາມນິຍົມ:



ໃນລະຫວ່າງວັນທີ 1-3 ກໍລະກົດ 2025 ນີ້, ທີ່ ເມືອງເຊີວີລ ປະເທດ ແອັດສະປາຍ, ຄະນະຜູ້ແທນທາງການ ຂອງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ ປິ່ນອ້ອມ ລາຍລະອຽດດັ່ງນີ້: ໃນວັນທີ 1 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້: “ກອງປະຊຸມລະດັບສູງ ວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມ ຂອງທ່ານ ນາຍົກລັດຖະມົນຕີ ເນປານ ເເລະ ທ່ານ ຮອງເລຂາທິການໃຫຍ່ ອົງການສະພະປະຊາຊາດ (ສປຊ). ໃນນັ້ນ, ກອງປະຊຸມໄດ້ໄດ້ປຶກສາຫາລື ກ່ຽວກັບ ວິທີການຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລ ໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດດ້ອຍພັດທະນາ. ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ເນື້ອໃນ ກໍຄືຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບູລິມະສິດ ຂອງບັນດາປະເທດດ້ອຍພັດທະນາ ເປັນຕົ້ນ ການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະນາອຸດສາຫະກໍາ; ແລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານ ຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບ ການກະກຽມໃຫ້ເເກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ເເລະ ການຊ່ວຍເຫຼືອ ບັນດາປະເທດດ້ອຍພັດທະນາ ໂດຍການສ້າງສູນປະຊາສໍາພັນດ້ານການລົງທຶນ ສໍາລັບປະເທດດ້ອຍພັດທະນາ; ການເຂົ້າເຖິງເເຫຼ່ງທຶນ; ແລະ ການຢຶດໝັ້ນຕໍ່ພັນທະຂອງຕົນ ໃນການສະໜອງທຶນຊ່ວຍເຫຼືອລ້າ ເພື່ອການພັດທະນາ ໃຫ້ເເກ່ບັນດາປະເທດດ້ອຍພັດທະນາ. ໃນມື້ດຽວກັນ, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປິ່ນອ້ອມລະດັບສູງ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມເເຂງ: ການເງິນດ້ານການປ່ຽນເເປງດິນຟ້າອາກາດ ເພື່ອການພັດທະນາທີ່ຍືນຍົງ” (Empowering Resilience: Climate Smart Financing for Sustainable Development) ຮ່ວມກັບ ຮອງລັດຖະມົນຕີກະຊວງການເງິນ ຂອງ ເນປານ ແລະ ບັງກາລາເທດ. ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລື ແລະ ແລກປ່ຽນປະສົບການ ກ່ຽວກັບ ການສະໜອງທຶນ ເພື່ອຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ໃນວັນທີ 2 ກໍລະກົດ 2025, ຄະນະຜູ້ແທນທາງການ ຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ພາກອະພິປາຍທົ່ວໄປ ແລະ ກອງປະຊຸມຂັ້ນສູງປິ່ນອ້ອມກອງປະຊຸມ ເປັນຕົ້ນແມ່ນ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ສຳລັບບັນດາປະເທດ ບໍ່ມີຊາຍແດນຕິດທະເລ, ໂດຍການເປັນປະທານຮ່ວມ ຂອງທ່ານ ນາຍົກລັດຖະມົນຕີ ໂບລິວີ ແລະ ທ່ານ ຮອງເລຂາທິການໃຫຍ່ ສປຊ, ສປປ ລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ຍົກໃຫ້ເຫັນສິ່ງທ້າທາຍ ຂອງປະເທດບໍ່ມີຊາຍແດນຕິດທະເລ ໂດຍສະເພາະ ສປປ ລາວ ໃນດ້ານໂຄງສ້າງ ແລະ ພູມສັນຖານຂອງປະເທດ ທີ່ຍັງຖ່ວງດຶງ ການເຊື່ອມໂຍງດ້ານການຄ້າ ແລະ ເສດຖະກິດ ຂອງປະເທດບໍ່ມີຊາຍແດນຕິດທະເລ ເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມນັັ້ນ, ຍັງຍົກໃຫ້ເຫັນຄວາມພະຍາຍາມ ຂອງ ສປປ ລາວ ໃນການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດທະເລ ເປັນປະເທດເຊື່ອມຈອດ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ຈາກໂຄງການ ທາງລົດໄຟ ລາວ-ຈີນ. ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນ ໃນການເຂົ້າເຖິງທຶນຮອນ, ການຊ່ວຍເຫຼືອດ້ານວິຊາການ ແລະ ການຊ່ວຍເຫຼືອທາງດ້ານການຄ້າແກ່ປະເທດ ບໍ່ມີຊາຍແດນຕິດທະເລ ໃຫ້ຫຼາຍຂຶ້ນ. ພ້ອມດຽວກັນນີ້, ຄະນະຜູ້ແທນທາງການ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ປະເທດປ໋ອກຕຸຍການ ແລະ ປະເທດເຢຍລະມັນ ເພື່ອປຶກສາຫາລື ການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບຫຼາຍຝ່າຍ ໂດຍຜ່ານ ອົງການສະຫະປະຊາຊາດ ພ້ອມທັງປຶກສາຫາລື ບັນຫາທີ່ ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ໃນວັນທີ 3 ກໍລະກົດ 2025, ກອງປະຊຸມສາກົນ ວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ໄດ້ອັດລົງ ດ້ວຍຜົນສຳເລັດອັນຈົບງານ ແລະ ສາມາດຮັບຮອງເອົາ ເອກະສານຄວາມໝາຍໝັ້ນ ເຊວິລ “Compromise de Sevilla” (Seville Commitment) ເຊິ່ງຈະເປັນບ່ອນອີງໃຫ້ແກ່ປະເທດສະມາຊິກ ອົງການສະຫະປະຊາຊາດ ໃນທົດສະວັດຕໍ່ໜ້າ ເພື່ອສືບຕໍ່ຮ່ວມມື ລະດົມຂົນຂວາຍທຶນເຂົ້າໃນການຮ່ວມມືເພື່ອການພັດທະນາໂດຍລວມຂອງສາກົນ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ມີປະສິດທິຜົນຍິ່ງໆ ຂຶ້ນ. ເອກະສານຄວາມໝາຍໝັ້ນ ເຊວິລ ເປັນເອກະສານສາກົນໜຶ່ງທີ່ສຳຄັນ ມີໄລຍະເວລາຈັດຕັ້ງປະຕິບັດ ໜຶ່ງທົດສະວັດ ຄື ແຕ່ປີ 2025-2035, ມີຈຸດປະສົງເພື່ອສະໜອງທຶນໃຫ້ແກ່ການພັດທະນາຂອງສາກົນ ໂດຍຜ່ານການປະຕິຮູບໂຄງສ້າງການເງິນສາກົນ, ການຮ່ວມມືດ້ານອາກອນ, ການສົ່ງເສີມນະໂຍບາຍພາຍໃນ, ການລະດົມຂົນຂວາຍພາກເອກະຊົນ, ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ການຢ້ຳຄືນຄວາມສຳຄັນ ຂອງທຶນຊ່ວຍເຫຼືອເພື່ອການພັດທະນາ ແລະ ການສະໜັບສະໜູນບົດບາດ ຂອງ ສປຊ, ຮຽກຮ້ອງຍົກເລີກມາດຕະການບີບບັງຄັບຝ່າຍດຽວ ແລະ ການສ້າງຄວາມເຂັ້ມແຂງວຽກງານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ຂອງບັນດາປະເທດໃນໂລກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ