
ທະຫານແຂວງໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ VII
ເວລາອອກຂ່າວ: 2025-07-03 15:02:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 517 | ຄວາມນິຍົມ:
ໃນວັນທີ 2 ກໍລະກົດ 2025 ນີ້, ຢູ່ສະໂມສອນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ່XI ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ VII ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບຸນຍອງ ດວງດີ ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ອົງການ 5 ຫ້ອງ, ແລະ ກົມກອງອ້ອມຂ້າງກອງບັນຊາການທະຫານແຂວງໄຊຍະບູລີ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸນຍອງ ດວງດີ ໄດ້ຂຶ້ນເຜີຍແຜ່ເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ໄດ້ຍົກໃຫ້ເຫັນການປະຕິບັດວຽກງານຈຸດສຸມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຈາກນັ້ນ, ສະຫາຍພັນເອກ ບຸນພົບ ວິໄລສັກ ຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ເຜີຍແຜ່ເອກະສານກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ VII.
ການເຊື່ອມຊຶມເອກະສານໃນຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ບັນດາຄະນະພັກ-ຄະນະບັນຊາ, ພະນັກງານ, ສະມາຊິກພັກໃນທົ່ວກອງບັນຊາການທະຫານແຂວງໄຊຍະບູລີ ຮັບຮູ້ເຂົ້າໃຈ ພ້ອມກັນຈັດຕັ້ງປະຕິບັດບັນດາເນື້ອໃນກອງປະຊຸມໃຫ້ຖືກຕ້ອງ ແລະ ຍົກສູງຄວາມຮັບຜິດຊອບຂອງອົງການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ
ໂອກາດນີ້, ໃນພິທີ ຍັງໄດ້ປະກາດການອະນຸມັັດໃຫ້ພະນັກງານພັກການ ຮັບບໍານານ ຈໍານວນ 17 ສະຫາຍ, ປະກາດການເລື່ອນຊັ້ນ ນາຍທະຫານ ຈໍານວນ 190 ກວ່າ ສະຫາຍ ແລະ ນາຍສິບ 60 ກວ່າສະຫາຍ ຕື່ມອີກ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ