ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ເຜີຍແຜ່ແຜນການດໍາເນີນຊີວິດການເມືອງ ໃນໂອກາດກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-07-03 14:43:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 534 | ຄວາມນິຍົມ:



ກອງປະຊຸມເເຜີຍແຜ່ແຜນການຈັດຕັ້ງດໍາເນີນຊີວິດການເມືອງ ໃນໂອກາດກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານແຜນການຈັດຕັ້ງດຳເນີນຊີວິດການເມືອງ ໃນໂອກາດກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ຈຸດປະສົງ ເພື່ອເປັນການກະກຽມເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເພື່ອສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ-ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນເອົາເປັນແບບຢ່າງ ໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກຜູ້ທີ່ດີເດັ່ນ, ກ້າວຂຶ້ນເປັນພະນັກງານ-ສະມາຊິກພັກທີ່ມີຄຸນນະພາບ, ທັງເປັນສໍາຫຼວດກວດກາຄືນ ສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ແບບແຜນການດໍາລົງຊີວິດ ແລະ ແບບແຜນວິທີເຮັດວຽກ ຂອງພະນັກງານຫຼັກແຫຼ່ງ ຂັ້ນນໍາພາ-ບັນຊາແຕ່ລະຂັ້ນ ໃນທົ່ວກອງທັບ ຕະຫຼອດໄລຍະຜ່ານມາ ແລະ ເຮັດໃຫ້ພະນັກງານຫຼັກແຫຼ່ງ ຂັ້ນນໍາພາ-ບັນຊາ ແຕ່ລະຂັ້ນໃນທົ່ວກອງທັບ ມີການຫັນປ່ຽນຢ່າງຕັ້ງໜ້າ ເຂົ້າສູ່ການປັບປຸງແບບແຜນວິທີເຮັດວຽກ ໃຫ້ມີຄຸນນະພາບໃໝ່ ແລະ ປັບປຸງກໍ່ສ້າງກໍາລັງ, ກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ. ພ້ອມກັນນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະຮັບຜິດຊອບບັ້ນດໍາເນີນຊີວິດການເມືອງ ໃນໂອກາດກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ຕື່ມອີກ. ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ເນັ້ນໜັກໃຫ້ຄະນະຊີ້ນຳລວມ, ຄະນະຮັບຜິດຊອບ ແລະ ອະນຸກໍາມະການແຕ່ລະດ້ານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ພ້ອມກັນຈັດຕັ້ງຜັນຂະຫຍາຍແຜນການໃຫ້ລະອຽດ, ມອບໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນຮັບຜິດຊອບ ເພື່ອເຮັດໃຫ້ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ໄດ້ຮັບໝາກຜົນດີ. ໂດຍ: ນາງ ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ