ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ຄະນະກອງບັນຊາການທະຫານເເຂວງເຊກອງ ອວຍພອນ ທ່ານ ລັດຖະມົນຕີກະຊວງໂຍທາທິການ ເເລະ ຂົນສົ່ງ
ເວລາອອກຂ່າວ: 2025-07-03 14:29:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 526 | ຄວາມນິຍົມ:



ໃນຕົ້ນເດືອນກໍລະກົດ 2025 ນີ້, ຄະນະກອງບັນຊາການທະຫານເເຂວເຊກອງ ນໍາພາໂດຍ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ກໍາມະການຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ເເລະ ຂົນສົ່ງ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງວ່າການປົກຄອງແຂວງເຊກອງ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງສີ ກຸສະນະ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກໍຄືພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງເຊກອງ ໄດ້ກ່າວຄຳອວຍພອນ ທ່ານ ເຫຼັກໄຫຼ ສີວິໄລ ຈົ່ງມີສຸຂະພາບແຂງແຮງ, ມີຜາຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ; ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນອັນປະເສີດຕໍ່ທ່ານທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ, ຄວາມຮູ້ ຄວາມສາມາດ ໃນການນໍາພາ-ຊີ້ນໍາກຳລັງປະກອບອາວຸດທ້ອງຖິ່ນເເຂວງເຊກອງ ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ. ໂອກາດນີ້, ທ່ານລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມອວຍພອນຄັ້ງນີ້ ແລະ ຂໍອວຍພອນໃຫ້ສະຫາຍພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງມີສຸຂະພາບແຮງແຮງ, ມີພາລະໄມສົມບູນ, ເຮັດສໍາເລັດທຸກໜ້າທີ່ການເມືອງ ທີ່ພັກ-ລັດ ກໍຄືກອງທັບມອບໝາຍ ໃຫ້ປະກົດຜົນເປັນຈິງ. ພາບ-ຂ່າວ: ຄອນລະສິດ ວໍລະຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ