ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງສິລະປະກອນກອງທັບປິດອົບຮົມວຽກງານການເມືອງ-ແນວຄິດ ປະຈຳປີ 2025
ເວລາອອກຂ່າວ: 2025-07-03 10:40:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 528 | ຄວາມນິຍົມ:



ໃນວັນທີ 2 ກໍລະກົດ 2025 ນີ້, ກອງສິລະປະກອນກອງທັບ ໄດ້ປິດອົບຮົມວຽກງານການເມືອງ-ແນວຄິດ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກອງສິລະປະກອນກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ດວງລື ໄຊວັງລາດ ຫົວໜ້າພະແນກອົບຮົມ ໄດ້ສະຫຼຸບຫຍໍ້ກ່ຽວກັບຂະບວນການເຝິກອົບຮົມວຽກງານການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບທົ່ວກອງສິລະປະກອນກອງທັບ. ເຊິ່ງກອງສິລະປະກອນກອງທັບ ໄດ້ເປີດບັ້ນຊຸດອົບຮົມວຽກງານການເມືອງ-ແນວຄິດໃນໄລຍະສັ້ນ ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ເລີ່ມແຕ່ວັນທີ 1-2 ກໍລະກົດ 2025 ເປັນເວລາ 2 ວັນ. ຊຸດອົບຮົມໃນຄັ້ງນີ້, ມີພະນັກງານ-ນັກຮົບເຂົ້າຮ່ວມທັງໝົດ 117 ສະຫາຍ ເຊິ່ງໄດ້ຮັບການຊີ້ນຳຢ່າງໃກ້ຊິດ ແລະ ຕອບສະໜອງດ້ານງົບປະມານຈໍານວນໜຶ່ງຈາກກົມກອງ ເພື່ອຮັບໃຊ້ຊຸດອົບຮົມ ພ້ອມກັນນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການຫ້າງຫາກະກຽມບັນດາວຽກງານດ້ານຕ່າງໆ ທີ່ພົວພັນເຖິງການອົບຮົມໃນຄັ້ງນີ້. ຄູ-ອາຈານທີ່ຮັບຜິດຊອບໃນການຂຶ້ນຫ້ອງສະເໜີເອກະສານ, ພະນັກງານ-ນັກຮົບທີ່ເຂົ້າເຝິກອົບຮົມ ຕະຫຼອດທຸກພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ເຮັດໃຫ້ຊຸດອົບຮົມສຳເລັດຜົນຢ່າງຈົບງາມ. ໂອກາດນີ້, ສະຫາຍ ພັນໂທ ຈັນທີ ບຸດດາແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ພ້ອມກັນສຸມທຸກຄວາມພະຍາຍາມ ເຂົ້າຮ່ວມບັ້ນອົບຮົມການເມືອງ-ແນວຄິດຄັ້ງນີ້, ພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຮັບຟັງການບັນລະຍາຍເອກະສານຂອງຄະນະຮັບຜິດຊອບແຕ່ຕົ້ນຈົນສິ້ນສຸດການຮຽນ ສາມາດຮັກສາພາບບັນຍາກາດ ຂອງການດໍາເນີນການອົບຮົມໄດ້ເປັນຢ່າງດີ ໂດຍສະເພາະແມ່ນສຸມສະຕິປັນຍາເຂົ້າໃນການຮັບຟັງ ແລະ ຈົດບັນດາເນື້ອໃນສໍາຄັນຂອງເອກະສານ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງ ແລະ ມີຜົນສໍາເລັດ ເພາະວ່າບັນດາເອກະສານທີ່ນໍາມາຈັດຕັ້ງອົບຮົມໃນຄັ້ງນີ້ ເປັນພື້ນຖານຄວາມຮູ້ອັນສໍາຄັນ ເປັນສ່ວນໜຶ່ງ ທາງດ້ານທິດສະດີ, ຫຼັກການ ໃນການດໍາເນີນວຽກງານ, ການຮຽນຮູ້ທິດສະດີຫຼັກການເພື່ອທີ່ຈະນໍາມາໝູນໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງວຽກງານຕົວຈິງໃນກົມກອງ, ເນື່ອງຈາກວ່າ ທຸກການເຄື່ອນໄຫວວຽກງານຈະໄດ້ຮັບຜົນດີ, ມີປະສິດທິພາບ ຕ້ອງມີພື້ນຖານທິດສະດີ, ຫຼັກການເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ສະນັ້ນ, ໃນການຈັດຕັ້ງອົບຮົມຄັ້ງນີ້ ເປັນຫຼັກການ, ແນວທາງການນຳພາ ແລະ ປະຕິບັດວຽກງານຂອງພັກ ເຊິ່ງມີຄວາມຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ ພ້ອມທັງຮັບປະກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ເພາະເປັນປັດໄຈສໍາຄັນທີ່ຈະນຳພາກອງສິລະປະກອນກອງທັບ ກ້າວຂຶ້ນເຮັດສຳເລັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ. ພ້ອມທັງ, ກ່າວປິດບັ້ນອົບຮົມການເມືອງ-ແນວຄິດ ກອງສິລະປະກອນກອງທັບຢ່າງເປັນທາງການ. ໂດຍ: ສຸເວດ ສີດາຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ