ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງປະຊຸມອົງການປົກຄອງເມືອງຫົງສາ (ເປີດກວ້າງ) ສະຫຼຸບຕີລາຄາ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນທ້າຍປີ 2025
ເວລາອອກຂ່າວ: 2025-07-03 10:39:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 445 | ຄວາມນິຍົມ:



ໃນວັນທີ 2 ກໍລະກົດ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງຫົງສາ (ເປີດກວ້າງ) ສະຫຼຸບຕີລາຄາ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນທ້າຍປີ 2025, ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານ ຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງ ເມືອງຫົງສາ ໂດຍມີທ່ານ ພອນສະຫວັນ ໄຊສົມພັນ ກຳມະການຄະນະພັກແຂວງ, ເລຂາພັກເມືອງ ເມືອງຫົງສາ, ມີບັນດາທ່ານຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ ອ້ອມຂ້າງເມືອງ, ຫົວໜ້າລັດວິສາຫະກິດ ສູນບໍລິການປະຈຳເມືອງ ແລະ ນາຍບ້ານໃນເທສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ແຫຼ້ ອ່ອນສົມບູນ ໄດ້ກ່າວເປີດກອງປະຊຸມ ວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍ ຄວາມສໍາຄັນຢ່າງເລິກເຊິ່ງ ແລະ ເປັນການສະຫຼຸບຕີລາຄາ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ, ເປັນການຕີລາຄາຄວາມຮັບຜິດຊອບຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍ, ບັນດາຄາດໝາຍຕ່າງໆ ຕາມໜ້າວຽກຈຸດສຸມແຕ່ລະຂະແໜງການວາງອອກ ພ້ອມນີ້, ຈະໄດ້ເອກະພາບກັນໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ. ສະນັ້ນ, ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ສຸມໃສ່ຕີລາຄາ ຊອກຫາສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ, ບັນຫາຄົງຄ້າງ ແລະ ພ້ອມກັນຄົ້ນຄວ້າຊອກວິທີການແກ້ໄຂໃນຕໍ່ໜ້າ ເຮັດໃຫ້ມີຜົນໄດ້ຮັບດີຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ, ທ່ານ ບຸນທະວີ ສີປະເສີດ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ຕີລາຄາສະພາບລວມ ໃນໄລຍະ 6 ເດືອນຜ່ານມາ ເຖິງວ່າເມືອງຫົງສາ ໄດ້ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນແມ່ນ ອັດຕາເງິນເຟີ້, ການເພີ່ມຂຶ້ນຂອງລາຄາສິນຄ້າ ບວກກັບໄພພິບັດທາງທໍາມະຊາດ ທີ່ສົ່ງຜົນເສຍຫາຍຢ່າງໜັກໜ່ວງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງການປົກຄອງເມືອງ ເຮັດໃຫ້ເມືອງຫົງສາ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍຂອງຂະແໜງການຂັ້ນຕ່າງໆ ໄດ້ບັນລຸຕາມແຜນການທີ່ວາງໄວ້ ໂດຍສະເພາະດ້ານງົບປະມານ: ປະຕິບັດລາຍຮັບໄດ້ 8,46 ຕື້ກີບ ເທົ່າກັບ 72,39% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 29,85% ໃນນັ້ນ: ສ່ວຍສາອາກອນ 8,34 ຕື້ກີບ, ຄຸ້ມຄອງຊັບສິນແຫ່ງລັດ 128,33 ລ້ານກີບ; ປະຕິບັດລາຍຈ່າຍໄດ້ທັງໝົດ 1,21 ຕື້ກີບ ເທົ່າກັບ 33,92% ຂອງແຜນການປີ ໃນນີ້: ຈ່າຍບໍລິຫານ 1,01 ຕື້ກີບ ເທົ່າກັບ 33,03% ຂອງແຜນການປີ, ຈ່າຍດັດສົມສົ່ງເສີມ 205,01 ລ້ານກີບ ເທົ່າກັບ 39,12% ຂອງແຜນການປີ. ດ້ານການລົງທຶນ: ມີໂຄງການລົງທຶນທັງໝົດ 17 ໂຄງການ ມູນຄ່າທັງໝົດ 64,10 ຕື້ກີບ ປະຕິບັດໜ້າວຽກສໍາເລັດ 66,83% ໃນນີ້: ທຶນພັດທະນາທ້ອງຖິ່ນໂຄງການໄຟຟ້າຫົງສາ 9 ໂຄງການ ມູນຄ່າ 45,5 ຕື້ກີບ, ທຶນສະໜັບສະໜູນຂອງບໍລິສັດ ໄຟຟ້າຫົງສາ 4 ໂຄງການ ມູນຄ່າ 4,4 ຕື້ກີບ, ທຶນຈາກການຂາຍສິ່ງເສດເຫຼືອຂອງໂຮງງານໄຟ້າຫົງສາ 4 ໂຄງການ ມູນຄ່າ 14,1 ຕື້ກີບ, ສ່ວນວຽກງານດ້ານອື່ນໆ ກໍໄດ້ຈັດຕັ້ງປະຕິບັດເຊັ່ນດຽວກັນ. ສ່ວນທິດທາງແຜນການວຽກຈຸດສຸມ 6 ເດືອນທ້າຍປີ 2025 ສືບຕໍ່ເຮັດໃຫ້ເມືອງຫົງສາມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ສຶບຕໍ່ພັດທະນາເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ ຕິດພັນກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຮັບປະກັນການພັດທະນາຕາມທິດສົມດູນ, ສີຂຽວ ແລະ ຍືນຍົງ, ສືບຕໍ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ດ້ວຍການປັບປຸງຄຸນນະພາບຂອງການສຶກສາ, ສາທາລະນະສຸກ, ສ້າງໃຫ້ໄດ້ບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ, ມີສຸຂະພາບແຂງແຮງ, ມີລະບຽບວິໄນ ເປັນປັດໄຈຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ເພື່ອຍົກສູງຄຸນນະພາບຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ສົ່ງເສີມອຸດສາຫະກໍາຂະໜາດນ້ອຍ-ຂະໜາດກາງ (SME), ຫັນເປັນທັນສະໄໝເຂົ້າໃນການຜະລິດ, ການບໍລິການໃນຂະແໜງການທີ່ມີເງື່ອນໄຂ, ຊຸກຍູ້ການຜະລິດພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກຕາມທ່າແຮງຂອງເມືອງ, ການພັດທະນາເສດຖະກິດຕ້ອງຕິດພັນກັບການພັດທະນາສັງຄົມ, ການຮັກສາສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນ ເພື່ອຍົກໃຫ້ເຫັນບັນຫາຕົວຈິງດ້ານດີ, ດ້ານຄົງຄ້າງ ເພື່ອປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າ. ໃນໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາວຽກງານໃນຕໍ່ໜ້າ ຈາກທ່ານ ພອນສະຫວັນ ໄຊສົມພັນ ຕື່ມອີກ. ຂ່າວ-ພາບ: ຖວທ ຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ