ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ຕົ້ນ​ປີ 2025 ຂະແໜງການ​ສຶກ​ສາ ແລະ ກິລາ ສາມາດ​ບັນລຸ​ໄດ້ 12 ຄາດໝາຍ ແລະ ບໍ່​ບັນລຸ 4 ຄາດໝາຍ
ເວລາອອກຂ່າວ: 2025-06-24 09:12:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 265 | ຄວາມນິຍົມ:



ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ 9 ເທື່ອ​ທີ IX ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ 2025 ລັດຖະບານ​ໄດ້​ສຸມ​ໃສ່​ມາດ​ຕະ ການ​ແກ້​ໄຂ​ບັນຫາ​ການ​ຂາດແຄນ​ຄູ​ສອນ, ການ​ປະລະ​ການ​ຮຽນ ແລະ ສົ່ງເສີມ​ການ​ເຂົ້າ​ຮຽນ​ວິຊາ​ຊີບ ໂດຍ​ໄດ້​ອອກ​ນິຕິ​ກຳ​ກ່ຽວ​ກັບ ການ​ໂຮມ​ໂຮງຮຽນ​ສາມັນ​ສຶກ​ສາ, ຫັນ​ເອົາ​ຄູ​ສັນຍາ​ຈ້າງ​ເຂົ້າ​ເປັນ​ລັດຖະກອນ ແລະ ການ​ທົດ​ແທນ​ຄູ​ທີ່​ສູນ​ເສຍ ດ້ວຍ​ຮູບ​ການ​ຕ່າງໆ, ການ​ເພີ່ມ​ເບ້ຍລ້ຽງ​ນັກຮຽນ-ນັກ​ສຶກ​ສາ​ທຸກ​ຊັ້ນ​ສາຍ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ບາງ​ແຂວງ​ໄດ້​ມີ​ນະໂຍບາຍ​ໃຫ້​ອັດຕາ​ກິນ​ແກ່​ນັກຮຽນ​ສະເພາະ ເພື່ອ​ຊຸກຍູ້​ໃຫ້​ນັກຮຽນ​ເຂົ້າ​ໂຮງຮຽນ ແລະ ແບ່ງ​ເບົາ​ພາລະ​ຂອງ​ຄົວ​ນັກຮຽນ, ໄດ້​ກຳນົດ​ໂຄ​ຕ້າ​ຄູ​ສອນ​ໃຫ້​ສອດຄ່ອງ​ກັບ​ແຜນ​ກໍ່ສ້າງ​ຄູ; ສຳເລັດ​ໃນ​ການ​ສ້າງ​ແຜນ​ຄວາມ​ຕ້ອງການ​ຄູ ແລະ ການ​ກໍ່ສ້າງ​ຄູ​ການ​ສຶກ​ສາກ່ອນ​ໄວ​ຮຽນ ແລະ ສາມັນ​ສຶກ​ສາ ໃນ​ໄລຍະ 10 ປີ (2026-2035); ນອກຈາກ​ນັ້ນ, ເພື່ອ​ປັບປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ ໂດຍ​ສະເພາະ​ໃນ​ສາມັນ ແມ່ນ​ໄດ້​ສຸມ​ໃສ່​ການ​ເຝິກອົບຮົມ​ຄູ​ປະຈຳການ​ໃນ​ຫຼາກ​ຫຼາຍ​ຫົວຂໍ້ ທັງ​ທາງ​ດ້ານ​ເນື້ອ​ໃນ​ບົດຮຽນ ແລະ ວິທີ​ການ​ສິດສອນ​ຢ່າງ​ເປັນ​ປົກກະຕິ, ເຝິກອົບຮົມ​ໃຫ້​ພະນັກງານ-ນັກຮົບ​ເພື່ອ​ໄປ​ສິດສອນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ຈຳນວນ​ໜຶ່ງ ແລະ ໄດ້​ລິ​ເລີ່ມ​ການ​ສຶກ​ສາ​ຄົ້ນຄວ້າ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຫັນປ່ຽນ​ລະບົບ​ການ​ສຶກ​ສາ​ສາຍ​ສາມັນ ຈາກ 5+4+3 ມາ​ເປັນ 6+3+3. ປະຕິບັດ​ນະໂຍບາຍ​ຕໍ່​ຄູ​ອາສາ​ສະ ໝັກ, ພະນັກງານ​ບຳນານ ແລະ ທະຫານ​ຊາຍ​ແດນ ທີ່​ສອນ​ຊ່ວຍ​ໃນ​ໂຮງຮຽນ​ພາກ​ລັດທີ່​ຂາດ​ຄູ​ສອນ ສຳລັບ​ຊັ້ນ​ການ​ສຶກ​ສາກ່ອນ​ໄວ​ຮຽນ ແລະ ສາມັນ​ສຶກ​ສາ. ວຽກ​ງານ​ອາຊີວະ​ສຶກ​ສາ​ໄດ້​ມີ​ການ​ປັບປຸງ ຫັນປ່ຽນ​ທັງ​ຫຼັກສູດ ແລະ ຮູບ​ແບບ​ການ​ຮຽນ-ການ​ສອນ ແລະ ພັດທະນາ​ມາດຕະຖານ​ອາຊີບ​ໃໝ່ ພ້ອມ​ທັງ​ໄດ້​ມີ​ການ​ຂະຫຍາຍ​ຫຼັກສູດ​ສາມັນ​ວິຊາ​ຊີບ​ໄປ​ໃນ​ໂຮງຮຽນ​ສາມັນ. ການ​ສຶກ​ສາ​ຊັ້ນ​ສູງ ໄດ້​ມີ​ການ​ປັບປຸງ​ຫຼັກສູດ ໂດຍ​ໄດ້​ມີ​ການ​ຫຼຸດຜ່ອນ​ຕົວ​ເລກ​ນັກ​ສຶກ​ສາທີ່​ສັງຄົມ​ຕ້ອງການ​ໜ້ອຍ ແລະ ເພີ່ມ​ນັກ​ສຶກ​ສາ​ໃນ​ສາຂາ​ທີ່ ສັງຄົມ​ຕ້ອງການ​ສູງ ເຊັ່ນ: ວິທະຍາສາດ, ເຕັກ​ໂນ​ໂລ​ຊີ, ວິສະວະກຳ ພ້ອມ​ທັງສົ່ງເສີມ​ມະຫາວິທະຍາໄລ ຫັນ​ໄປ​ສູ່​ການ​ຄົ້ນຄວ້າຫຼາຍ​ຂຶ້ນ. ນອກຈາກ​ນີ້, ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ໂຮງຮຽນ​ຈຳນວນ​ໜຶ່ງ, ສຳເລັດ​ການ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ ກິລາ​ຕ່າງໆ ແລະ ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ ໃນ​ພາກ​ພື້ນ ແລະ ສາກົນ. ດ້ວຍ​ການເອົາໃຈໃສ່​ດັ່ງກ່າວ, ເຮັດ​ໃຫ້​ໃນ​ຈຳນວນ 16 ຄາດໝາຍ​ຂອງ​ຂະແໜງການ​ສຶກ​ສາ, ວິທະຍາສາດ ແລະ ກິລາ, ມີ 12 ຄາດ ໝາຍ ສາມາດ​ບັນລຸ​ໄດ້ ແລະ ມີ 4 ຄາດໝາຍ ບໍ່​ສາມາດ​ບັນລຸ​ໄດ້​ໂດຍ​ມີ​ລາຍ​ລະອຽດ ຄື​ດັ່ງນີ້: ມີ 12 ຄາດໝາຍ ທີ່​ສາມາດ​ບັນລຸ​ໄດ້​ຕາມ​ແຜນ (ຕາມ​ການ​ລາຍ​ງານ​ໄດ້​ຮອດ​ປັດຈຸບັນ): ອັດຕາ​ເຂົ້າ​ຮຽນ​ຂອງ​ເດັກ 5 ປີ ເພີ່ມ​ຈາກ 83,8% ເປັນ 84,7% (ຄາດໝາຍ​ແມ່ນ 83%); ອັດຕາ​ນັກຮຽນ​ເຂົ້າ​ໃໝ່ ປ1 ທຽບໃສ່​ເດັກ 6 ປີ (ອັດຕາ​ເຂົ້າ​ຮຽນ​ໃໝ່​ສຸດທິ) ເພີ່ມ​ຈາກ 99,10% ເປັນ 99,3% (ຄາດໝາຍ 98%); ອັດຕາ​ປະລະ ຂັ້ນ ປ 1 ຫຼຸດ​ລົງ​ຈາກ 6% ເປັນ 5,9% (ຄາດໝາຍ 6%); ອັດຕາ​ເລື່ອນ​ຊັ້ນ ປ 5 ຂຶ້ນ ມ 1 ເພີ່ມ​ຈາກ 85% ເປັນ 85,6% (ຄາດໝາຍ 85%); ດັດ​ສະ​ນີ​ຄວາມ​ສະເໝີພາບ ​ຍິງ-ຊາຍ ອັດຕາ​ເລື່ອນ​ຊັ້ນ ປ 5 ຂຶ້ນ ມ 1 ບັນລຸ 0,99 (ຄາດໝາຍ ລະຫວ່າງ 0,97-1,03); ອັດຕາ​ປະລະ ຊັ້ນ ມ ຕົ້ນ ປະຕິບັດ​ໄດ້​ເທົ່າ​ເດີມ 12,4% (ຄາດໝາຍ 13%); ປະຊາກອນ​ໜຸ່ມ ແລະ ຜູ້​ປະລະ​ການ​ຮຽນ ທີ່​ໄດ້​ບຳລຸງ​ຜ່ານ​ການ​ສຶກ​ສາ​ນອກ​ໂຮງຮຽນ ແລະ ເຝິກອົບຮົມ​ວິຊາ​ຊີບ ຈຳ ນວນ 30.093 ຄົນ (ຄາດໝາຍ 25.000 ຄົນ); ຄູ​ຊັ້ນ​ປະຖົມ ແລະ ມັດທະຍົມ​ສຶກ​ສາ ໃຫ້​ໄດ້​ຮັບ​ການ​ເຝິກ​ອົບຮົມ ສະເລ່ຍ​ບັນລຸ​ໄດ້ 22,67% ຂອງ​ຈຳນວນ​ຄູ​ ສອນ​ທັງ​ໝົດ (ຄາດໝາຍ​ບໍ່​ໃຫ້​ຫຼຸດ 10% ຂອງ​ຈຳນວນ​ຄູ​ທັງ​ໝົດ); ນັກຮຽນ​ທີ່​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ ໄດ້​ເຂົ້າ​ຮຽນ​ຕໍ່​ໃນ​ສາຍ ອາຊີວະ​ສຶກ​ສາ ແລະ ອົບຮົມ​ວິຊາ​ຊີບ ບັນລຸ​ໄດ້ 5,7% (ຄາດໝາຍ 3%); ນັກ​ສຶກ​ສາ​ທີ່​ສະໝັກ​ເຂົ້າ​ຮຽນ ຢູ່​ສະຖານ​ການ​ສຶກ​ສາ​ຊັ້ນ​ສູງ ໄດ້​ເຂົ້າ​ຮຽນ​ໃນ​ສາຍ​ວິທະຍາສາດ​ທຳ​ມະ​ຊາດ, ເຕັກ​ໂນ​ໂລຊີ, ວິສະວະກຳ ແລະ ຄະນິດສາດ ຈຳນວນ 3.147 ຄົນ (ຄາດໝາຍ 2.500 ຄົນ); ໄດ້​ຊຸກຍູ້ ແລະ ສົ່ງເສີມ​ການ​ຄົ້ນຄວ້າ​ວິທະຍາສາດ ຈຳນວນ 41 ຫົວຂໍ້ (ຄາດໝາຍ 40 ຫົວຂໍ້); ມວນ​ຊົນ​ທຸກ​ເພດ​ທຸກ​ໄວ ເຂົ້າ​ຮ່ວມ​ການ​ຫັດກາຍ​ຍະ​ບໍລິຫານ, ການ​ອອກກຳລັງ​ກາຍ ແລະ ການ​ຫຼິ້ນ​ກິລາກາຍຍະກຳ ປະຕິບັດ​ໄດ້ 50% (ຄາດໝາຍ 50%).ມີ 4 ຄາດໝາຍ ບໍ່​ສາມາດ​ບັນລຸ​ໄດ້​ຕາມ​ແຜນ​ຄື: ອັດຕາ​ເຂົ້າ​ຮຽນ​ໃໝ່​ລວມ ປ 5 ໄດ້ 95,5% ເຊິ່ງ​ຫຼຸດ​ຄາດໝາຍ 1.5% (ຄາດໝາຍ 97%); ອັດຕາ​ປະລະ​ການ​ຮຽນ​ຂອງ​ນັກຮຽນ​ຊັ້ນ​ປະຖົມ​ແມ່ນ 4,6% ຫຼຸດ​ຄາດໝາຍ 0,6% (ຄາດໝາຍ 4%); ອັດຕາ​ຈົບ​ຊັ້ນ​ປະຖົມ​ສຶກ​ສາ​ບັນລຸ​ພຽງ​ແຕ່ 93,3% ເຊິ່ງ​ຫຼຸດ​ຄາດໝາຍ 0,7% (ຄາດໝາຍ 94%); ອັດຕາ​ເຂົ້າ​ຮຽນ​ໃໝ່​ລວມ​ຂັ້ນ ມ 4 ບັນລຸ​ພຽງ​ແຕ່ 61,4% ເຊິ່ງ​ຫຼຸດ​ຄາດໝາຍ 2,6% (ຄາດໝາຍ 64%). ໂດຍ: ບຸນ​ຊ້ອຍ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ