ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງພັນ​ໃຫຍ່ 703 ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2025-06-24 08:55:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ:



ໃນ​ວັນ​ທີ 18 ມິຖຸນາ 2025 ນີ້, ກອງພັນ​ໃຫຍ່ 703 ໄດ້​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃຫ້​ພະນັກງານ-ນັກຮົບ ທົ່ວ​ກອງພັນ​ໃຫຍ່ 703 ຂຶ້ນ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ສຸພັນ ເດດ​ນໍລະ​ສິນ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 703, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອຸໄທ ຫຼວງ​ພະ​ໄຊ ຫົວໜ້າ​ຂະແໜງ​ອົບຮົມ-ສູ້​ຮົບ ກອງພັນ​ໃຫຍ່ 703 ຜູ້​ຊີ້​ນຳ ພາກ​ສະໜາມ ໃຫ້​ຮູ້​ວ່າ: ເພື່ອ​ປະຕິບັດ​ຕາມ​ແຜນການ​ອົບຮົມ​ຫັດ​ແອບ​ປັບປຸງ​ລະບຽບ​ແບບແຜນ​ເຝິກຝົນ​ກຳລັງ​ແຮງ​ກາຍ ປະຈຳ​ປີ 2025 ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກໍ​ຄື​ແຜນການ​ອົບຮົມ-ຫັດ​ແອບ​ຂອງ​ກອງພັນ​ໃຫຍ່ 703 ວາງ​ອອກ, ທັງ​ເປັນ​ການ​ຍົກ​ສູງ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດ​ທະ ວິທີ​ໃຫ້​ພະນັກງານ-ນັກຮົບ ໃນ​ການ​ນຳ​ໃຊ້​ອາວຸດ​ທະຫານ​ຮາບ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ມີ​ໄຫວ​ພິກ​ຄ່ອງ​ແຄ້ວ, ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ກຳລັງ​ປະກອບ​ອາວຸດ​ໃຫ້​ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ, ສາມາດ​ດັບ​ສູນ​ເປົ້າ​ໝາຍ ແລະ ຈັງຫວະ​ການ​ຍິງ​ແຕ່​ລະ​ເປົ້າ​ໝາຍ ແລະ ທັງ​ເປັນ​ການ​ ທວນຄືນ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ​ການ​ປະສານ​ສົມທົບ​ລະຫວ່າງ​ພາກ​ທິດ​ສະ​ດີ, ຫຼັກການ ແລະ ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ສູ້​ຮົບ​ຕົວ​ຈິງ, ໃນ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ໃນ​ຄັ້ງ​ນີ້ ໄດ້​ນຳ​ໃຊ້​ປຶນ​ທະຫານ​ຮາບ​ດັບ​ສູນ​ເປົ້າ​ໝາຍ ເລກ 4 ຊະນິດ AK-47 ( ທ່າ​ນອນ​ຍິງ, ຄຸເຂົ່າ​ຍິງ, ຢຶນ​ຍິງ ) ໃຫ້​ພະນັກ ງານ-ນັກຮົບ​ທົ່ວ​ກອງພັນ​ໃຫຍ່ 703 ຈຳນວນ 310 ສະຫາຍ, ຜ່ານ​ການ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ຄັ້ງ​ນີ້ ເຫັນ​ວ່າ​ປະ​ຕີ​ບັດ​ໄດ້​ດີ 85% ຂຶ້ນ​ໄປແລະ ມີ​ຄວາມ​ປອດ​ໄພ​ໄດ້ 100%. ໂດຍ: ນາງ ບົວ​ພັນ ເທີນ​ຜາ​ສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ