
ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ປະຈໍາໄຕມາດ II ຂອງບັນດາກົມກອງ ເຂດ 2
ເວລາອອກຂ່າວ: 2025-06-23 15:17:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 955 | ຄວາມນິຍົມ:
ວັນທີ 23 ມິຖຸນາ 2025 ນີ້, ໂຮງໝໍບໍລິເວນ 107 ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບປະຈໍາໄຕມາດ II ແລະ ທິດທາງແຜນການໄຕມາດ III ປະຈໍາປີ 2025 ຂອງບັນດາກົມກອງເຂດ 2 (ໂຮງໝໍບໍລິເວນ 107, ກອງພົນທີ 2, ກອງບັນຊາການທະຫານແຂວງຫຼວງພະບາງ, ກອງບັນຊາການທະຫານແຂວງໄຊຍະບູລີ, ໂຮງຮຽນກໍ່ສ້າງນາຍສິບເລກ 1, ໂຮງງານປະສານເຫຼົ່າ, ອົງການໄອຍະການທະຫານພາກເໜືອ ແລະ ສານທະຫານພາກເໜືອ) ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ,ມີສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ຮອງເລຂາຄະນະພັກຮາກຖານ, ອໍານວຍການໂຮງໝໍບໍລິເວນ 107, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາບັນດາກົມກອງ ເຂດ 2 ເຂົ້າຮ່ວມ.
ສະຫາຍ ພັນເອກ ໄພວັນ ຈັນທະສຸກ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາໄຕມາດ II ໂດຍໄດ້ລາຍງານວຽກງານທີ່ພົ້ນເດັ່ນຂອງກົມກອງເປັນຕົ້ນແມ່ນວຽກງານການບໍລິການຜູ້ບາດເຈັບ ແລະ ເຈັບປ່ວຍ, ເຊິ່ງໃນໄຕມາດ II ມີຜູ້ມາໃຊ້ບໍລິການກວດ ແລະ ນອນປິ່ນປົວຢູ່ໂຮງໝໍທັງໝົດ 10.690 ເທື່ອຄົນ. ໃນນັ້ນ, ຜູ້ມີບັດປະກັນຕົນ 3.040 ເທື່ອຄົນ, ສາມາດຜ່າຕັດໃຫຍ່ 88 ກໍລະນີ, ຜ່າຕັດກາງ 63 ກໍລະນີ ແລະ ຜ່າຕັດນ້ອຍ 701 ກໍລະນີ, ຜ່າຕັດຜ່ານທໍ່ 2 ກໍລະນີ, CT scan 100 ເທື່ອຄົນ, ອັດຕາການນຳໃຊ້ຕຽງນອນ 67,57%, ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານປັບປຸງກໍ່ສ້າງພື້ນໂຄງຮ່າງຂອງກົມກອງເຊິ່ງໄດ້ກໍ່ສ້າງ, ສ້ອມແປງສະຖານທີ່ເປັນຕົ້ນແມ່ນຫ້ອງການ, ເຮືອນນອນຂອງຄົນເຈັບ, ເທເປຕົງເສັ້ນທາງພາຍໃນໂຮງໝໍ ດ້ວຍທຶນສົມທົບຂອງກົມກອງ ແລະ ຂັ້ນເທິງ, ໃນນັ້ນແມ່ນໄດ້ຍົກສູງວຽກງານວິຊາສະເພາະການແພດ, ມີຄວາມຮັບຜິດຕໍ່ຜູ້ທີ່ມາພະຍາບານຕົນ ໂດຍອີງຕາມຄໍາຂວັນ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ. ຈາກນັ້ນ ບັນດາຫົວໜ່ວຍກົມກອງໄດ້ຜັດປ່ຽນກັນລາຍງານສະພາບການທີ່ພົ້ນເດັ່ນ, ຂໍ້ຄົງຄ້າງທີ່ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ວິທີແກ້ໄຂໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມ 5 ຫຼັກການ 3 ທິດນໍາຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງຮາກຖານການເມືອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນພື້ນຖານ, ກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນວິທີເຮັດວຽກ ເພື່ອປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງຍາດມາໄດ້ ເຮັດໃຫ້ກົມກອງຂອງຕົນມີຄວາມສະຫງົບໂດຍພື້ນຖານ, ພ້ອມທັງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາແຕ່ລະກົມກອງ ສຶບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຄາດໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານກຳລັງປ້ອງກັນຊາດ, ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ປັບປຸງແກ້ໄຂຊີວິການເປັນຢູ່ໃຫ້ ພະນັກງານ-ນັກຮົບ ດີຂຶ້ນ ແລະ ຕອບຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນກັບສະພາບຕົວຈິງ.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ