
ຊຸກຍູ້ກຳລັງໃຈອ້າຍນ້ອງທະຫານ ທີ່ກຳລັງປະຕິບັດໜ້າທີ່ ຢູ່ເຂດຫ່າງໄກສອກຫຼີກ
ເວລາອອກຂ່າວ: 2025-06-02 10:51:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2808 | ຄວາມນິຍົມ:
ໃນວັນທີ 25 ພຶດສະພາ 2025 ນີ້, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການ ສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຖາມຂ່າວອ້າຍນ້ອງພະນັກງານ-ນັກຮົບ ກອງຮ້ອຍທະຫານຊາຍແດນ 541 ແຂວງອັດຕະປື ທີ່ພວມປະຕິບັດໜ້າທີ່ ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ. ທັງນີ້, ກໍເພື່ອ ເປັນການປະກອບສ່ວນກຳລັງແຮງໃຈ ກະຕຸກຊຸກຍູ້ໃຫ້ນາຍ ແລະ ພົນທະຫານ ທີ່ພວມປະຕິບັດໜ້າທີ່ການເມືອງຕາມການຈັດຕັ້ງ
ຂັ້ນເທິງມອບໝາຍໃຫ້ມີຄວາມຮັບຜິດຊອບສູງ ໃນການປ້ອງກັນຂອບເຂດຊາຍແດນ ໃຫ້ມີຄວາມສະຫງົບ. ພ້ອມທັງໄດ້ນຳເອົາວັດຖຸປັດໄຈ ຈຳນວນໜຶ່ງ ລວມມູນຄ່າ 5.000.000 ກີບ ມາມອບໃຫ້ອ້າຍນ້ອງກອງຮ້ອຍທະຫານຊາຍແດນ 541 ຕື່ມອີກ. ໂດຍການກ່າວຮັບຂອງສະຫາຍ ຮ້ອຍເອກ ສົມຄິດ ອ່ຽງສະນີວັນ ຫົວໜ້າການທະ
ຫານກອງຮ້ອຍທະຫານຊາຍແດນ 541 ພ້ອມດ້ວຍຄະນະ.
ຂ່າວ-ພາບ: ຕິ໋ມພອນ ນວນລະໄມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ