ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ໜ່ວຍ​ພັກ​ ກົມ​ອຸປະໂພກ-ບໍລິໂພກ ສະຫຼຸບ​ວຽກ​ງານ​ການ​ນຳພາ ​ປະຈຳ​ໄຕ​ມາດ I ປີ 2025
ເວລາອອກຂ່າວ: 2025-06-02 10:49:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2592 | ຄວາມນິຍົມ:



ວັນ​ທີ 26 ພຶດສະພາ 2025 ນີ້, ໜ່ວຍ​ພັກ ກົມ​ອຸປະໂພກ-ບໍລິໂພກ ​ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ການ​ນຳພາ​ຮອບດ້ານ ​ປະຈຳ​ໄຕ​ມາດ I ປີ 2025 ແລະ ທິດ​ທາງ​ແຜນການ​ ປະຈຳ​ໄຕ​ມາດ II ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ສອນ​ໄຊ ວົງ​ພະຈັນ ກຳມະການ​ຄະນະ​ພັກ​ອົງການ​ກົມ​ໃຫຍ່, ເລຂາ​ໜ່ວຍ​ພັກ, ຫົວໜ້າ​ກົມ​ອຸປະໂພກ-ບໍລິໂພກ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ໜ່ວຍ​ພັກ, ພະນັກ ງານ-ສະມາຊິກ​ພັກ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຈັນທະ​ລີ ວິຈິດ ຮອງ​ເລຂາ​ໜ່ວຍ​ພັກ ຮອງ​ຫົວໜ້າ​ກົມ​ອຸປະໂພກ-ບໍລິໂພກ​ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຜ່ານ​ບົດ​ສະຫຼຸບ ​ປະຈຳ​ໄຕ​ມາດ I ປີ 2025 ແລະ ທິດ​ທາງ​ແຜນການ​ ປະຈຳ​ໄຕ​ມາດ II ປີ 2025, ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ, ໂດຍ​ສະເພາະ​ວຽກ​ງານ​ປັບປຸງ ແລະ ກໍ່ສ້າງ​ກຳລັງ​ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ແລະ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂະ​ບວນ​ການ​ວຽກ​ງານ​ຂອງ​ກົມ​ກອງ, ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງ​ລວມ​ຈຸ-ໜ່ວຍ, ສ່ອງ​ແສງ​ລາຍ​ງານ​ຢ່າງ​ເປັນ​ປົກກະຕິ, ພະນັກງານ-ສະມາຊິກ​ພັກ​ທຸກ​ສະຫາຍ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ບຸກ​ບືນ​ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ ແລະ ມີ​ຄວາມ​ສາມັກຄີ​ພາຍ​ໃນ​ພາຍ​ນອກ​ຢ່າງ​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ເປັນ​ວິຊາ​ການ​ທີ່​ດີ​ໃນ​ການ​ຄຸ້ມ​ຄອງ​ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ຂອງ​ກົມ​ໃຫຍ່​ພະ​ລິ​ທິ​ການ​ກອງທັບ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເອົາໃຈໃສ່​ກໍ່ສ້າງ​ໜ່ວຍ​ພັກ ແລະ ສ້າງ​ສະມາຊິກ​ພັກ​ໄປ​ຕາມ 3 ທິດ​ນຳ 5 ຫຼັກການ​ໃນ​ການ​ກໍ່ສ້າງ​ພັກ, ຍົກ​ສູງ​ຄຸນ​ນະ​ພາບ​ເປັນຕົ້ນ​ຕໍ ແລະ ດ້ານ​ປະລິມານ​ເປັນ​ສຳຄັນ​ໂດຍ​ຕິດ​ພັນ​ກັບ​ຂະ​ບວນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ເປັນ​ແບບຢ່າງ​ດ້ວຍ​ການ​ກະທຳ​ທີ່​ດີ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ກໍ​ຄື​ການຈັດຕັ້ງ​ຂັ້ນ​ເທິງ​ພັກ-ລັດ ແລະ ກອງທັບ​ມອບ​ໝາຍ​ໃຫ້​ຢ່າງ​ຈົບງາມ. ພ້ອມ​ດຽວ​ກັນ​ນີ້, ຍັງ​ເອົາໃຈໃສ່ຮັບປະກັນ​ການ​ລ້ຽງ​ດູ​ທັບ​ທາງ​ດ້ານ​ການ​ກິນ​ຢູ່, ເຄື່ອງຮັບ​ໃຊ້​ເຮືອນຄົວ, ເຮືອນ​ກິນ ແລະ ເຄື່ອງນຸ່ງ​ຮົ່ມ​ໃຫ້​ນາຍ ແລະ ພົນທະຫານ, ໄປ​ພ້ອມ​ກັບ​ການ​ເບີກ​ຈ່າຍ​ລົງ​ສູ່​ແຕ່​ລະ​ກົມ​ກອງ​ແລ້ວ, ນອກ​ນັ້ນຍັງ​ສ້າງ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໂດຍ​ການຈັດຕັ້ງ​ກັນ​ລ້ຽງ​ໄກ່​ພັນ​ໄຂ່, ລ້ຽງ​ປາ ແລະ ອື່ນໆ. ໂດຍ: ມິດຕະພາບ ບຸນ​ພະ​ນຸ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ