
ພິທີ ມອບ-ຮັບ ນັກຮຽນກໍ່ສ້າງມະຫາວິທະຍາໄລການທະຫານ ສຳເລັດລົງເຝິກຫັດ ຢູ່ກອງພົນທີ 1
ເວລາອອກຂ່າວ: 2025-06-02 10:46:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2764 | ຄວາມນິຍົມ:
ໃນວັນທີ 29 ພຶດສະພາ 2025 ນີ້, ກອງພົນທີ 1 ໄດ້ຈັດພິທີ ມອບ-ຮັບ ນັກຮຽນ ກໍ່ສ້າງມະຫາວິທະຍາໄລການທະຫານ ປີທີ 4 ຊຸດທີ 20 ທີ່ສຳເລັດການລົງເຝິກຫັດຢູ່ກອງພົນທີ, 1 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນແຖວ ແກ້ວດວງດີ ຫົວໜ້າຫ້ອງເສນາທິການ ກອງພົນທີ 1, ມີສະຫາຍ ພັນເອກ ຄຳສຸກ ອິນທະພອນ ຫົວໜ້າການທະຫານ ວິທະຍາຄານນາຍທະຫານບົກກົມມະດຳ, ມີບັນດາອົງການ 5 ຫ້ອງ, ຄະນະວິຊາຄູ, ພະແນກການ, ຜູ້ຕາງໜ້າບັນດາກົມກອງພ້ອມດ້ວຍນັກຮຽນທີ່ລົງຝຶກຫັດເຂົ້າຮ່ວມ.
ສະຫາຍ ພັນໂທ ທອງຈັນ ເຍ່ຍຕູ້ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1 ໄດ້ຜ່ານການຈັດຕັ້ງການລົງເຝິກຫັດຂອງນັກຮຽນໃນໄລຍະຜ່ານມາເຫັນວ່າ: ນັກຮຽນແຕ່ລະສະຫາຍມີຄວາມສາມັກຄີ, ມີແນວຄິດຫຼັກໝັ້ນ, ເຊື່ອໝັ້ນຕໍ່ແນວທາງ
ນະໂຍບາຍຂອງພັກ-ລັດ, ມີຄວາມອົດທົນ, ມີຄວາມຫ້າວຫັນຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ມີຄວາມເອົາໃຈໃສ່ກຳແໜ້ນແນວທາງດ້ານຫຼັກການ ແລະ ການປະຕິບັດຕົວຈິງ, ສາມາດບັນລຸໄດ້ຕາມລະດັບຄາດຫມາຍທີ່ວາງໄວ້ ເຊິ່ງນັກຮຽນທີ່ລົງເຝິກຫັດມີທັງໝົດຈຳນວນ 211 ສະຫາຍ ໃນນັ້ນ, ໄດ້ຈັດຕັ້ງປະກອບໃຫ້ ບັນດາກອງພັນນ້ອຍ, ກອງຮ້ອຍອ້ອມຂ້າງກອງພົນ, ກອງພັນໃຫຍ່ 102, ບັນດາເຫຼົ່າຮົບທະຫານຮາບ, ເຫຼົ່າຮົບການເມືອງ, ເຫຼົ່າຮົບວິຊາສະເພາະ. ຜ່ານການລົງເຝິກຫັດສາມາດຕີລາຄາຜົນໄດ້ຮັບໃນການປະຕິບັດໜ້າທີ່ແຕ່ລະດ້ານຄື: ດ້ານແບບແຜນວິທີນຳພາ-ບັນຊາ ບັນລຸໄດ້ 85%, ດ້ານຄວາມຮູ້, ຄວາມສາມາດວິຊາສະເພາະ ບັນລຸໄດ້ 90%, ດ້ານການສ້າງແຜນການ, ບົດສະຫຼຸບ ແລະ ບັນດາເອກະສານນິຕິກຳຕ່າງໆ ບັນລຸໄດ້ 80%, ດ້ານການປະຕິບັດລະບຽບແບບແຜນ ບັນລຸໄດ້ 85%, ສະເລ່ຍຜົນໄດ້ຮັບ ລວມທັງໝົດ ບັນລຸໄດ້ 85%. ຈາກນັ້ນ
ກໍໄດ້ເຊັນບົດບັນທຶກມອບ-ຮັບ ກຳລັງນັກສຶກສາຂອງຂອງວິທະຍາຄານນາຍທະຫານບົກກົມມະດຳທີ່ສຳເລັດການລົງເຝິກຫັດ ຢູ່ ກອງພົນທີ 1 ປະຈຳສົກປີ 2024-2025.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ