ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງ​ພົນ​ທີ 3 ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2025-06-02 10:42:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2810 | ຄວາມນິຍົມ:



ໃນ​ວັນ​ທີ 23 ພຶດສະພາ 2025, ຢູ່​ທີ່​ກອງ​ພົນ​ທີ 3 ໄດ້​ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ຫຼາຍ ອຸດົມ​ຮຸນ ຫົວໜ້າ​ຫ້ອງ​ການເມືອງ​ ກອງ​ພົນ​ທີ 3, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍພະນັກງານ​ນາຍ​ທະຫານ​ຜູ້​ທີ່​ໄດ້​ຮັບ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ປະເສີດ ນັດ​ອຸດົມ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ພົນ​ທີ 3 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ຢູ່​ກອງ​ພົນ​ທີ 3. ໃນ​ນີ້, ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ​ຍົກ​ຂັ້ນ​ເງິນເດືອນ​ໃຫ້​ນາຍ​ທະຫານ​ຂັ້ນ​ພັນ​ໂທ ຂຶ້ນ​ຮັບ​ເງິນເດືອນ​ຊັ້ນ​ພັນ​ເອກ 1 ສະຫາຍ, ພັນ​ຕີ 2 ສະຫາຍ, ຮ້ອຍ ​ເອກ 1 ສະຫາຍ; ເລື່ອນ​ຊັ້ນ​ພັນ​ຕີ 21 ສະຫາຍ, ຮ້ອຍ​ເອກ 28 ສະຫາຍ, ຮ້ອຍ​ໂທ 24 ສະຫາຍ, ຮ້ອຍ​ຕີ 62 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ພັນ​ຕີ 1 ສະຫາຍ, ຮ້ອຍ​ເອກ 1 ສະຫາຍ, ຮ້ອຍ​ໂທ 1 ສະຫາຍ ແລະ ຮ້ອຍ​ຕີ 1 ສະຫາຍ. ສະຫາຍ ພັນ​ເອກ ບຸນ​ຫຼາຍ ອຸດົມ​ຮຸນ ໄດ້​ຮຽກຮ້ອງ​ໃຫ້​ແຕ່​ລະ​ສະຫາຍ​ຍົກ​ສູງ​ນ້ຳໃຈ​ຮັບ ຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ຍົກ​ສູງ​ບົດບາດ​ໃນ​ການ​ນຳພາ-ບັນຊາ, ເພີ່ມ​ທະວີ​ຄວາມ​ສາມັກ ຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ມີ​ແບບແຜນ​ເຮັດ​ວຽກ​ທີ່​ແນ່ນອນ, ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ບຸກຄົນ​ຮັບຜິດຊອບ, ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ຂອງ​ກົມ​ກອງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ​ເພື່ອ​ໃຫ້​ກາຍເປັນ​ພະນັກງານ​ຮຸ່ນ​ສືບ​ທອດ​ຂອງ​ກົມ​ກອງ, ອອກແຮງ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມ ແຂງ. ໂດຍ : ນາງ ສຸດທິ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ