
ກອງຮ້ອຍ 24 ທະຫານແຂວງຄຳມ່ວນ ຮ່ວມກັບ ບ້ານນາບວບ ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2025-06-02 10:40:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2624 | ຄວາມນິຍົມ:
ວັນທີ 23 ພຶດສະພາ 2025, ກອງຮ້ອຍ 24 ກອງບັນຊາການທະຫານແຂວງຄຳມ່ວນ ຮ່ວມກັບ ບ້ານນາບວບ, ເມືອງທ່າແຂກ, ແຂວງຄຳມ່ວນ ໄດ້ສ້າງຂະບວນການອອກແຮງງານລວມ, ໂດຍມີ ສະຫາຍ ພັນໂທ ແກ້ວລຳພອນ ສີສຸພັນ ຫົວໜ້າການເມືອງ ກອງ ຮ້ອຍ 24, ສະຫາຍ ວິສິດ ພຽນອາລຸນ ນາຍບ້ານ ບ້ານນາບວບ
ຕະຫຼອດຮອດນາຍ ແລະ ພົນທະຫານ, ປະຊາຊົນ ເຂົ້າຮ່ວມ.
ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ໄດ້ພ້ອມກັນຖາງຫຍ້າ, ອະນາໄມຕາມບໍລິເວນຫ້ອງການບ້ານ ແລະ ຕາມແຄມທາງເລກທີ 13 ທີ່ຂອບ
ເຂດຂອງບ້ານຮັບຜິດຊອບໃຫ້ມີຄວາມສະອາດຈົບງາມ.
ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນ ຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກອງບັນຊາການທະຫານແຂວງຄຳມ່ວນ, ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງທະຫານ ກັບປະຊາຊົນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກອງຮ້ອຍ 24 ກັບ ອຳນາດການປົກຄອງ, ປະຊາຊົນ ບ້ານນາບວບ.
ໂດຍ : ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ