
ໂຮງຮຽນ 307 ຈັດຕັ້ງສອບເສັງຈົບຊັ້ນ ໃຫ້ນັກຮຽນ 2 ລະບົບ ສົກຮຽນ 2024-2025
ເວລາອອກຂ່າວ: 2025-06-02 10:39:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2677 | ຄວາມນິຍົມ:
ການສອບເສັງຈົບຊັ້ນຂອງນັກຮຽນກໍ່ສ້າງເຕັກນິກກົດລັບຊັ້ນຕົ້ນ ລະບົບ 1 ປີ ຊຸດທີ 26 ແລະ ນັກຮຽນກໍ່ສ້າງເຕັກນິກກົດລັບຊັ້ນກາງ ລະບົບ 2 ປີ ຊຸດທີ 8 ສົກ
ຮຽນ 2024–2025 ໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 22 ພຶດສະພາ 2025, ໂດຍການຊີ້ນຳຂອງ ສະຫາຍ ພັນໂທ ບຸນສະຫຼອງ ວິໄລຫານ ຫົວໜ້າການທະຫານ ໂຮງຮຽນ 307 ກອງທັບ, ມີບັນ ດາຄະນະກຳມະການຄວບຄຸມຫ້ອງເສັງ ແລະ ນັກຮຽນທັງ 2 ລະບົບ ເຂົ້າຮ່ວມ 97 ສະຫາຍ.
ນັກຮຽນກໍ່ສ້າງເຕັກນິກກົດລັບຊັ້ນຕົ້ນ ລະບົບ 1 ປີ ຊຸດທີ 26 ມີໜ້າສອບເສັງຕົວຈິງ 46 ສະຫາຍ, 4 ພາກວິຊາຄື: ພາກການທະຫານ (ວິຊາລະບຽບງົດງາມ), ພາກວິຊາການເມືອງ (ສິດ ແລະ ໜ້າທີ່ນາຍສິບ), ພາກວິຊາທິດສະດີການເມືອງ-ວິ
ຊາສະເພາະ ແລະ ພາກວິຊາເຕັກ ນິກພື້ນຖານ(ເຂົ້າ-ແກ້ລະຫັດສັງລວມ); ນັກຮຽນກໍ່ສ້າງເຕັກນິກກົດລັບຊັ້ນກາງ ລະບົບ 2 ປີ ຊຸດທີ8 ມີໜ້າສອບເສັງ 51 ສະຫາຍ, 5 ພາກວິຊາຄື: ພາກການທະຫານ (ວິຊາລະບຽບງົດງາມ), ພາກວິຊາການເມືອງ
(ວຽກງານພັກ-ວຽກງານການເມືອງ), ພາກວິຊາທິດສະດີການ ເມືອງ-ວິຊາສະເພາະ, ພາກວິຊາເຕັກນິກພື້ນຖານ(ເຂົ້າ-ແກ້ລະຫັດສັງລວມ) ແລະ ພາກວິຊາເຕັກນິກຈັກລະຫັດກົດລັບ; ການສອບເສັງຈະໄດ້ດຳເນີນແຕ່ວັນທີ 22 ພຶດສະພາ -12 ມິຖຸນາ 2025. ເພື່ອເປັນການປະຕິບັດຕາມແຜນການ-ໂຄງການຫຼັກສູດການສິດສອນ-ຮ່ຳຮຽນ ພາຍຫຼັງຮຽນຈົບໂຄງການຫຼັກສູດຕ້ອງມີການສອບເສັງ ເພື່ອຕີລາຄາຜົນໄດ້ຮັບຕົວຈິງ ທັງເປັນການສັງລວມກ່ຽວກັບຄວາມຮູ້, ຄວາມສາມາດຂອງນັກຮຽນ ແນໃສ່ຮັບປະກັນໃນເວລາຈົບອອກໄປໃຫ້ສາມາດປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ໄດ້ຮັບ ໝາກຜົນສູງ.
ໂດຍ : ແກ່ນຕາ ສີລິລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ