ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການເມືອງກອງພົນທີ 5 ສຳເລັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນ
ເວລາອອກຂ່າວ: 2018-11-21 09:09:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 12 ພະຈິກ 2018 ນີ້ ຫ້ອງການເມືອງກອງພົນທີ 5 ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນ ໂດຍພາຍໃຕ້ການ ເປັນປະທານຂອງ ພັນເອກ ບຸນ ທັນ ມາບຸດສະດີ ເລຂາຄະນະ ພັກ ຫົວໜ້າການເມືອງກອງພົນ ທີ 5 ມີ ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ. ພັນໂທ ສີປະເສີດ ເຜີຍຄຳສິງ ເລຂາຄະນະພັກຮາກຖານ ຫົວ ໜ້າຫ້ອງການເມືອງ ໄດ້ຂຶ້ນ ຜ່ານບົດລາຍງານການເມືອງ ທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານການເຄື່ອນໄຫວໃນ ການຈັດຕັ້ງປະຕິບັດໄລຍະຜ່ານ ມາເຊິ່ງຄະນະພັກ-ຄະນະບັນຊາ ໄດ້ຖືສຳຄັນວຽກງານສຶກສາອົບ ຮົມການເມືອງນຳພາແນວຄິດ ຕິດພັນກັບຫນ້າທີ່ວິຊາສະເພາະ ຂອງກົມກອງ, ຖືເອົາ 5 ຫຼັກ ການ 3 ທິດນຳຂອງພັກເປັນໄມ້ ຫຼາວັດແທກຄຸນທາດການເມືອງ ຂອງສະມາຊິກພັກພະນັກງານ-ນັກຮົບດ້ວຍຄວາມຮັບຜິດຊອບ ສູງ ໄປພ້ອມໆກັບການຊີ້ນຳພະ ນັກງານລົງກໍ່ສ້າງຮາກຖານ ການເມືອງໃຫ້ມີຄວາມສະຫງົບ ປອດໄພໂດຍພື້ນຖານ ໄປຄຽງຄູ່ ກັບການຊຸກຍູ້ປຸກລະດົມພະນັກ ງານສະມາຊິກພັກ ໃຫ້ມີແນວຄິດ ຫ້າວຫັນ ເຂົ້າໃນການປະຕິບັດ ໜ້າທີ່ການເມືອງຂອງຕົນເປັນ ຕົ້ນແມ່ນວຽກງານໂຄສະນາອົບ ຮົມໄດ້ເອົາໃຈໃສ່ ຈັດຕັ້ງເຊື່ອມ ຊຶມບັນດາເອກະສານວັນສຳຄັນ ຕ່າງໆ ຂອງຊາດຂອງພັກ ວຽກ ງານຂ່າວສານສົ່ງຂ່າວໃຫ້ວິທະ ຍຸກອງທັບ 135 ບົດ, ສົ່ງຂ່າວ ໃຫ້ແຂວງຈຳປາສັກ 68 ບົດສົ່ງ ຂ່າວລົງໜ້າໜັງສືພິມ 103 ບົດ, ຂຽນສົ່ງວິທະຍຸກອງທັບ 8 ບົດ, ຂ່າວວຽກດີຄົນເດັ່ນ 5 ບົດ, ຮັບ ໜັງສືພິມຈາກກອງທັບ 7800 ສະບັບ, ວຽກງານກໍ່ສ້າງພັກປັດ ຈຸບັນຄະນະພັກຮາກຖານຫ້ອງ ການເມືອງມີ 5 ໜ່ວຍພັກ ຂຶ້ນກັບ ສະມາຊິກແຂງຮອບດ້ານ35 ສະ ຫາຍ, ແຂງ 23 ສະຫາຍ ນອກ ນັ້ນຕິດພັນກັບວຽກງານວິຊາສະ ເພາະຄະນະພັກຫ້ອງການເມືອງ ຍັງຊຸກຍູ້ພະນັກງານ-ນັກຮົບ ພາຍໃນຫ້ອງເອົາໃຈໃສ່ສ້າງ ເສດຖະກິດແກ້ໄຂຊີວິດການເປັນ ຢູ່ຕາມທິດນຳເພີ່ງຕົນເອງກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງໃນນີ້ກົມກອງ ໄດ້ເຮັດນາປີຈຳນວນ 4 ເຮັກ ຕາ, ລ້ຽງງົວ 12 ໂຕ , ລ້ຽງປາ ດຸກ, ປູກພືດຜັກຕາມລະດູການ, ສະສົມເງິນຈາກຮວ່ງຕ່າງໆ ແລະ ການບໍລິການອື່ນໆ ເຊິ່ງໄລ ຍະ 5 ປີຜ່ານມາກົມກອງສາ ມາດສ້າງແຫ່ຼງລາຍຮັບໄດ້ 223.000.000 ກີບ. ກອງປະ ຊຸມຍັງໄດ້ປ່ອນບັດຄັດເລືອກ ເອົາຄະນະພັກຮາກຖານຊຸດໃຫມ່ ໄດ້ຕາມຄາດຫມາຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຫ້ອງ ເສນາທິການກອງພົນທີ 5 ໄດ້ສຳ ເລັດກອງປະຊຸມໃຫຍ່ຄັ້ງທີ IX ຂອງຕົນ ເຊິ່ງໄລຍະຜ່ານມາຄະ ນະພັກຮາກຖານຫ້ອງເສນາທິ ການໄດ້ເປັນເສນາທິການໃຫ້ແກ່ ຄະນະພັກຂອງຕົນຢ່າງແຂງແຮງ ທາງດ້ານຫັນລົງກໍ່ສ້າງຮາກຖານ ການເມືອງຕິດພັນກັບວຽກງານ ວິຊາສະເພາະອົບຮົມ-ຫັດແອບ, ຖືເອົາລະບອບການສ່ອງແສງ ລາຍງານປະຈຳເດືອນ-ໄຕມາດ ຕຳນິຕິຊົມໃຫ້ການກໍ່ສ້າງເຊິ່ງ ກັນ ແລະ ກັນ ຕາມ 3 ທິດນຳ 5 ຫຼັກການຂອງພັກເປັນໄມ້ຫຼາ ວັດແທກຄຸນທາດການເມືອງ ຂອງສະມາຊິກພັກ. ຈາກຜົນ ງານດັ່ງກ່າວກົມກອງໄດ້ຮັບ ການຍ້ອງຍໍຈາກຂັ້ນເທິງດັ່ງນີ້: ຫລຽນໄຊພິລະອາດຫານ ຊັ້ນ II ຈຳນວນ 1 ສະຫາຍ, ຊັ້ນ III ຈຳ ນວນ 1 ສະຫາຍ, ຫຼຽນໄຊແຮງ ງານຊັ້ນ II ຈຳນວນ 7 ສະຫາຍ, ຊັ້ນ III ຈຳນວນ 13 ສະຫາຍ, ຫຼຽນໄຊພິລາດອາດຫານຊັ້ນ II ຈຳນວນ 9 ສະຫາຍ, ຊັ້ນ III ຈຳ ນວນ 20 ສະຫາຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ, ໃບ ຍ້ອງຍໍກົມໃຫຍ່ການເມືອງ ກອງທັບ ຈຳນວນຫນຶ່ງຢ່າງສົມ ກຽດ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ