ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງບັນຊາການທະຫານແຂວງຜົ້ງສາລີ ປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ກຽມຮັບບໍານານ
ເວລາອອກຂ່າວ: 2025-05-20 15:01:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2503 | ຄວາມນິຍົມ:



ໃນວັນທີ 20 ພຶດສະພາ 2025 ນີ້, ກອງບັນຊາການທະຫານຫານແຂວງຜົ້ງສາລີ ໄດ້ຈັດພິທີ ປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ລໍຖ້າເຂົ້າຮັບບໍານານ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສົມຈັນ ລອດສຸລີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຫານແຂວງຜົ້ງສາລີ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ພັກການ ເພື່ອກຽມຮັບບໍານານ, ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ ສະຫາຍ ພັນເອກ ບຸນໄຊ ຫຼ້າສຸວົງ ຫົວໜ້າຫ້ອງການບໍລິຫານ ກອງບັນຊາການທະຫານແຂວງ ພັກການ ເພື່ອກຽມຮັບບໍານານ ຕາມນະໂຍບາຍຂອງພັກ-ລັດ. ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານ ທີ່ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນແຕ່ລະໄລຍະ ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນວຽກງານລວມ ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ ກໍຄືສອງໜ້າທີ່ຍຸດທະສາດໃນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການພັດທະນາກອງບັນຊາການທະຫານແຂວງຜົ້ງສາລີ ໃນແຕ່ລະໄລຍະ ຈົນໄດ້ກ້າວຂຶ້ນເປັນນາຍທະຫາຍຂັ້ນສູງ ຂອງກອງບັນຊາການທະຫານແຂວງ ແລະ ໄດ້ຮັບນະໂຍບາຍພັກການ ຮັບບໍານານ ຕາມນະໂຍບາຍຂອງພັກ-ລັດ ພ້ອມທັງຮຽກຮ້ອງໃຫ້ຮັກສາມູນເຊື້ອອັນດີງາມຂອງຕົນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດໃນອະນາຄົດ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ